VOV WorldVOV World
ເຄື່ອງ​ປັ້ນ​ດິນ​ເຜົາ ບຽນ​ຮ່​ວາ: ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ​ເຂດ​ພາກ​ໃຕ້ ຫວຽດ​ນາມ
13/02/2025 07:47
(VOVWORLD) - ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ (ແຂວງ ດົ່ງນາຍ) ແມ່ນໜື່ງໃນບັນດາໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ ດ້ວຍບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາພິເສດ ແລະ ຫຼາຍຮູບຫຼາຍແບບ. ແຕ່ທ້າຍສັດຕະວັດທີ XIX ມາຮອດປະຈຸບັນ, ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຊື່ສຽງໃນທົ່ວໂລກ ດ້ວຍບັນດາຜະລິດຕະພັນທີ່ໄດ້ຮັບຖືວ່າມີຄ່າ, ຫາຍາກ, ພິເສດແມ່ນສຳລັບຜູູ້ທີ່ມີຄວາມເມົາມົວສະສົມເຄື່ອງປັ້ນດິນເຜົາບູຮານ.
ເຄື່ອງ​ປັ້ນ​ດິນ​ເຜົາ ບຽນ​ຮ່​ວາ:  ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ​ເຂດ​ພາກ​ໃຕ້ ຫວຽດ​ນາມ
  ປ້າ ມາຍງອກຍີ ເຈົ້າຂອງຮ້າຍຂາຍເຄື່ອງປັ້ນດິນເຜົາ (ພາບ: ຢຸຍເຟືອງ/VOV)       ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ ຕັ້ງຢູ່ແຄມແມ່ນ້ຳ ດົ່ງນາຍ ທີ່ມີອາຍຸກ່ວາ 300 ປີ. ໝູ່ບ້ານແຫ່ງນີ້ມີຊື່ສຽງດ້ວຍບັນດາບ້ານຜະລິດເຄື່ອງປັ້ນດິນເຜົາ ເຕີນວ້ານ, ບຶວຮ່ວາ, ຮວ່າອານ… ແລະ ໂຮງຮຽນວິຈິດສິນ ບຽນຮ່ວາ. ຄອບຄົວປ້າ ມາຍງອກຍີ, ເຈົ້າຂອງເຕົາຜະລິດເຄື່ອງປັ້ນດິນເຜົາ ຟອງເຊີນ (ບຽນຮ່ວາ, ດົ່ງນາຍ) ມີ 5 ລຸ້ນໄດ້ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ. ແຕ່ລະມື້, ເຕົາຜະລິດເຄື່ອງປັ້ນດິນເຜົາ ຟອງເຊີນ ໄດ້ເປີດປະຕູເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ ແລະ ແລກປ່ຽນເຕັກນິກການຜະລິດເຄື່ອງປັ້ນດິນເຜົາບູຮານ ບຽນຮ່ວາ. ປ້າ ມາຍງອກຍີ ໃຫ້ຮູ້ວ່າ:     ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຈຸດພິເສດສະເພາະແມ່ນໄດ້ແຕ້ມດ້ວຍມື, ຍ້ອນຄວາມງາມຂອງຜະລິດຕະພັນທີ່ບໍ່ຄືກັນ, ດັ່ງນັ້ນ ໄດ້ຮັບຄວາມນິຍົມທີ່ສຸດຈາກລູກຄ້າ. ຂ້າພະເຈົ້າມັກໝູ່ບ້ານຜະລິດແບບຫັດຖະກຳກ່ວາໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາແບບອຸດສາຫະກຳ. ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີສີເຄືອບ ແລະ ເຕັກນິກປະດັບປະດາພິເສດ (ພາບ: ຢຸຍເຟືອງ/VOV)    ກ່ອນນີ້, ປີ 1903, ຍັງມີໂຮງຮຽນສອນວີຊາຊີບກ່ຽວກັບການຜະລິດເຄື່ອງປັ້ນດິນເຜົາຢູ່ ອິນດູຈິນ. ໄລຍະນີ້ແມ່ນໄລຍະພັດທະນາດີທີ່ສຸດຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ດ້ວຍຊື່ສຽງຢູ່ທົ່ວງານຕະຫຼາດນັດຢູ່ ຝະລັ່ງ, ຍີ່ປຸ່ນ… ນັ້ນແມ່ນການປະສານສົມທົບຂອງວິທີການຜະລິດເຄື່ອງປັ້ນດິນເຜົາຂອງ ຫວຽດນາມ, ຈີນ ແລະ ຝະລັ່ງ. ທ່ານ ປອ ນາງ ຫວຽນທິງວຽດ, ຮອງປະທານສະມາຄົມສິລະປະວັນນະຄະດີແຂວງ ດົ່ງນາຍ ໃຫ້ຮູ້ວ່າ: ຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຈຸດພິເສດສະເພາະຢູ່ໃນສີເຄືອບ, ຮູບແບບ ແລະ ພິເສດແມ່ນເຕັກນິກປະດັບປະດາລວດລາຍ. ພາຍຫຼັງນິ້, ຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ບໍ່ຄືໃນເມື່ອກ່ອນ, ຍ້ອນວ່າ ຖ້າຫາກພຽງແຕ່ຖືດ້ານເຕັກນິກເປັນສຳຄັນ, ການດຳເນີນທຸລະກິດ ກໍ່ ຈະບໍ່ສະດວກ, ຍ້ອນວ່າ ລາຄາແພງ.     ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ຂອງໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຄວາມຫຼາກຫຼາຍສີສັນຕາມສີມືຂອງນາຍຊ່າງແຕ່ລະຄົນ. ຈຸດພິເສດສະເພາະຂອງເຄື່ອງປັ້ນດິນເຜົາ ບຽນຮ່ວາ ແມ່ນການປະສົມສີເຄືອບ ກໍ່ຄືປັດໄຈດ້ານເຕັກນິກທີ່ສູງຂອງນາຍຊ່າງ. ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຊື່ສຽງໃນໂລກ ດ້ວຍສີເຄືອບພິເສດ. ແຕ່ລະເຕົາເຜົາກໍ່ມີເຂັດລັບດ້ານເຕັກນິກປະສົມສີເຄືອບ. ຂອດທາສີເຄືອບຖືກຖືວ່າແມ່ນຂອດສຳຄັນກ່ວາໝູ່ ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີບົດຮຽນປະສົບການມາເປັນເວລາຫຼາຍປີ. ຖ້າບໍ່ດັ່ງນັ້ນ, ເມື່ອເອົາມາເຜົາ, ຜະລິດຕະພັນຈະຖືກປ່ຽນຮູບ. ນາຍຊ່າງ ຫງວຽນມິນຮຸ່ງ ໃຫ້ຮູ້ວ່າ: ແຕ້ມເຄືອບແບບຝັງລົງເພື່ອໃຫ້ມັນໄປຕາມຄອງ. ເຮັດລວດລາຍນູນຂຶ້ນເພື່ອໃຫ້ງາມ. ຈຸດພິເສດຂອງເຄື່ອງປັ້ນດິນເຜົາ ບຽນຮ່ວາ ແມ່ນລວດລາຍນ້ອຍ ແລະ ເລິກ .   ປະຈຸບັນ, ຍ້ອນບັນດາປັດໄຈຄື: ຮູບແບບ, ລວດລາຍຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ເຄີຍຖືດ້ານສິລະປະເປັນຫຼັກ ຫາກບໍ່ຄ່ອຍເຮັດຜະລິດຕະພັນໃຊ້ສອຍປະຈຳວັນ ກໍ່ຄືບັນຫາຮັກສາສິ່ງແວດລ້ອມ, ດັ່ງນັ້ນ ບັນດາເຕົາເຜົາໃນໝູ່ບ້ານ ຕ້ອງປ່ຽນແປງເຕັກນິກການເຜົາ. ເພື່ອໂຄສະນາຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ, ທ່ານ ຫງວຽນຫວຽດເຊີນ, ຜູ້ອຳນວຍການຫໍພິພິຕະພັນແຂວງ ດົ່ງນາຍ ໃຫ້ຮູ້ວ່າ: ແຕ່ລະປີ, ຫໍພິພິຕະພັນລ້ວນແຕ່ໄດ້ຈັດງານວາງສະແດງຫົວເລື່ອງສະເພາະ ກ່ຽວກັບເຄື່ອງປັ້ນດິນເຜົາ, ຮຽບຮຽງປື້ມເລື່ອງຕ່າງໆກ່ຽວກັບເຄື່ອງປັ້ນດິນເຜົາ: ແຂວງ ດົ່ງນາຍ ພວມມີແຜນນະໂຍບາຍສ້າງຕັ້ງຫໍພິພິຕະພັນເຄື່ອງປັ້ນດິນເຜົາ. ເມື່ອມີຫໍພິພິຕະພັນແລ້ວ, ແນ່ນອນວ່າ ໃນຫຼາຍປະເພດເຄື່ອງປັ້ນດິນເຜົາ, ເຄື່ອງປັ້ນດິນເຜົາ ບຽນຮ່ວາ ຕ້ອງແມ່ນຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ພົ້ນເດັ່ນ, ຊ່ວຍຫຍັບມໍ່ເຂົ້າ ໃກ້ ກັບມະຫາຊົນຫຼາຍກ່ວາ, ເສີມຂະຫຍາຍຄຸນຄ່າ ໄດ້ ດີກ່ວາໃນໄລຍະທີ່ຈະມາເຖິງ.  ປະຈຸບັນ, ໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາ ບຽນຮ່ວາ ພວມພັດທະນາຢ່າງໄວວາ ຍ້ອນມີບັນດານະໂຍບາຍປ່ຽນແປງໃໝ່ ແລະ ການສົ່ງເສີມພັດທະນາຂະແໜງອຸດສາຫະກຳຫັດຖະກຳຂະໜາດນ້ອຍຂອງລັດຖະບານ. ປະຈຸບັນ, ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ບຽນຮ່ວາ ໄດ້ສົ່ງອອກໄປຍັງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ບາງປະເທດຢູ່ ເອີລົບ. ໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາ ບຽນຮ່ວາ ທັງຜະລິດ ເຄື່ອງປັ້ນດິນເຜົາ ທັງສົມທົບກັບການຂຸດຄົ້ນການທ່ອງທ່ຽວໝູ່ບ້ານອາຊີບ ເພື່ອອະນຸລັກຮັກສາຄວາມທີ່ເປັນມູນເຊື້ອຂອງໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາທີ່ມີອາຍຸນັບຮ້ອຍປີນີ້./.
TAG
VOV/VOVworld/ເຄື່ອງ​ປັ້ນ​ດິນ​ເຜົາ ບຽນ​ຮ່​ວາ/​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ​/ທ່ານ ຫງວຽນຫວຽດເຊີນ/ຜູ້ອຳນວຍການຫໍພິພິຕະພັນແຂວງ ດົ່ງນາຍ/ນາຍຊ່າງ ຫງວຽນມິນຮຸ່ງ/ທ່ານ ປອ ນາງ ຫວຽນທິງວຽດ/ປ້າ ມາຍງອກຍີ