VOV WorldVOV World
ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ຈັກ​ສານ ບາວ​ລາ
23/04/2025 10:23
(VOVWORLD) - ໂດຍມີອາຍຸນັບຮ້ອຍໆປີ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ, ຂຶ້ນກັບຕາແສງ ກວາງຝູ, ເມືອງ ກວາງດຽນ, ແຂວງ ເທື່ອທຽນ-ເຫ້ວ ແມ່ນບ່ອນຜະລິດເຄື່ອງຈັກສານສິລະປະຫັດຖະກຳທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ. ຈາກຕົ້ນໄມ້ໄຜ່, ຊາວບ້ານ ບາວລາ ໄດ້ຜະລິດເປັນບັນດາຜະລິດຕະພັນພິເສດສະເພາະ ຮັບໃຊ້ໃນການດຳລົງຊີວິດ, ແຂກທ່ອງທ່ຽວ, ນຳຮູບພາບຕົ້ນໄມ້ໄຜ່ ຫວຽດນາມ ອອກສູ່ໂລກ.
ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ຈັກ​ສານ ບາວ​ລາ
ຂັ້ນຕອນຜ່າໄມ້ຮຽກຮ້ອງຄວາມຄ່ອງແຄ້ວຂອງນາຍຊ່າງ (ພາບ: Thanh Giang/VNP )       ນັບແຕ່ດົນນານມາແລ້ວ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ ໄດ້ສ້າງບັນດາຜະລິດຕະພັນໃຊ້ສອຍໃນຄອບຄົວດ້ວຍໄມ້ໄຜ່. ເມື່ອກ່ອນ, ທັງໝູ່ບ້ານ ບາວລາ ລ້ວນແຕ່ໄດ້ເຮັດອາຊີບຜະລິດເຄື່ອງຈັກສານ, ພາຍຫຼັງລະດູເກັບກ່ຽວສຳເລັດ, ທຸກຄອບຄົວໄດ້ເອົາໄມ້ໄຜ່ມາຈັກສານ. ໝູ່ບ້ານ ບາວລາ ມີ 6 ບ້ານ, ແຕ່ລະບ້ານໄດ້ເຮັດສິນຄ້າປະເພດໜຶ່ງ. ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ ແບ່ງປັນວ່າ:   ເຖິງວ່າຢູ່ ພາຍ ໃນ ປະ ເທດ ມີຫຼາຍ ໝູ່ ບ້ານ ອາ ຊີບ ຜະ ລິດ ເຄື່ອງ ຈັກ ສານກໍ່ ຕາມ ແຕ່ ສິນ ຄ້າ ຂອງ ໝູ່ ບ້ານ ບາວ ລາ ມີ ຈຸດ ພິ ເສດ ສະ ເພາະ , ສວຍ ງາມ , ຍອດ ຍິ່ງ ກ່ ວາ. ຜະລິດຕະພັນ ຝູວັນເລົາ ເຮັດດ້ວຍໄມ້ໄຜ່ (ພາບ: Thanh Giang/VNP )    ການຜະລິດເຄື່ອງຫັດຖະກຳສິລະປະຍອດຍິ່ງ ດ້ວຍຮູບແບບພິເສດ ໄດ້ກາຍເປັນທິດເດີນຂອງໝູ່ບ້ານ ບາວລາ. ໂດຍໄດ້ຕິດພັນກັບອາຊີບຜະລິດເຄື່ອງຈັກສານ, ນາຍຊ່າງ ທາຍຟີຮຸ່ງ ເປັນນັກອອກແບບ ແລະ ຜະລິດສິນຄ້າທີ່ລະນຶກ, ເຄື່ອງຫັດຖະກຳສິລະປະຢູ່ ສະຫະກອນເຄື່ອງຈັກສານ ບາວລາ ໃຫ້ຮູ້ວ່າ:   ພວກ ຂ້າ ພະ ເຈົ້າໄດ້ ໃຊ້ ວັດ ຖຸ ດິບ ຈາກ ໄມ້ ໄຜ່ ໄມ້ ເຮັ້ຍ , ຫວາຍ… ຊື່ງ ເປັນ ວັດ ຖຸ ດິບ ທີ່ ເປັນ ມິດ ກັບ ສິ່ງ ແວດ ລ້ອມ. ບັນ ດາ ຂັ້ນ ຕອນ ເຮັດ ຜະ ລິດ ຕະ ພັນ ລ້ວນ ແຕ່ ເຮັດ ຈາກ ສີ ມື ທີ່ ຄ່ອງ ແຄ້ວ ຂອງ ບັນ ດາ ສະ ມາ ຊິກ ໃນ ສະ ຫະ ກອນ ແລະ ບັນ ດາ ນາຍ ຊ່າງ ໃນ ໝູ່ ບ້ານ. ທຸກ ຂັ້ນ ຕອນຄື: ຜ່າໄມ້, ຈັກ ສານ , ສ້າງ ຮູບ ແບບ , ເຮັດ ລວດ ລາຍ… ລ້ວນ ແຕ່ ໄດ້ ເຮັດ ດ້ວຍ ມື.   ຖ້າທຽບກັບເມື່ອກ່ອນ, ປະຈຸບັນ, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ບາວລາ ມີຫຼາຍຮູບຫຼາຍແບບ, ຈາກບັນດາເຄື່ອງໃຊ້ປະຈຳວັນ ຕະຫຼອດຮອດເຄື່ອງຂອງທີ່ລະນຶກຍອດຍິ່ງຄື: ໂຄມໄຟ, ຂົວ ຈ່າງຕຽນ, ວັດ ທຽນມູ້… ຊຸດຜະລິດຕະພັນກະຕ່າກະບຸງ ແລະ ໂຄມໄຟປະດັບ ກໍ່ໄດ້ຮັບໃບຢັ້ງຢືນໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP 4). ຜະລິດຕະພັນເຄື່ອງຈັກສານຂອງໝູ່ບ້ານອາຊີບ ບາວລາ ໄດ້ມີໜ້າຢູ່ຫຼາຍປະເທດໃນໂລກ, ປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າ ຫວຽດນາມ ໃນຕະຫຼາດສາກົນ.    ບັນດາວິສາຫະກິດສົ່ງອອກນຳເຂົ້າຢູ່ ຮ່າໂນ້ຍ ແລະ ພາກເໜືອ ຫວຽດນາມ ໄດ້ນິຍົມບັນດາຜະລິດຕະພັນເຄື່ອງຈັກສານຂອງໝູ່ບ້ານອາຊີບ ບາວລາ ທີ່ສຸດ. ແຕ່ລະປີ, ໝູ່ບ້ານອາຊີບແຫ່ງນີ້ ມີລາຍຮັບກ່ວາ 216.000 USD, ສະເລ່ຍແຕ່ລະເດືອນ ສິນຄ້າສົ່ງອອກບັນລຸປະມານກ່ວາ 10.000 USD. ຍ້ອນໄດ້ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ, ໝູ່ບ້ານ ບາວລາ ໄດ້ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນນັບຮ້ອຍຄົນ. ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ ຖືວ່າ:   ສະ ຫະ ກອນ ໄດ້ ຄົ້ນ ຄ້ ວາ ພັດ ທະ ນາ ຮູບ ແບບ ແລະ ຍົກ ສ ູງ ຄຸນ ນະ ພາບ ຜະ ລິດ ຕະ ພັນຢ່າງ ຕໍ່ ເນື່ອງ , ຍ້ອນແນວນັ້ນ ຜະ ລິດ ຕະ ພັນ ຈິ່ງ ໄດ້ ຮັບ ການ ນິ ຍົມ ຈາກ ລູກ ຄ້າ ແລະ ລູກ ຄ້າ ນັບ ມື້ ນັບຫຼາຍ , ຈຳ ນວນ ໃບ ສັ່ງ ຊື້ ສິນ ຄ້າກໍ່ ນັບ ມື້ ນັບຫຼາຍ ເຊັ່ນ ດຽວ ກັນ.   ປ້າ ທາຍທິແທັງຕວຽນ ຜູ້ທີ່ໄດ້ຕິດພັນກັບສະຫະກອນ ບາວລາ ແຕ່ດົນນາມາແລ້ວ ໃຫ້ຮູ້ວ່າ:   ສອງ ສາມ ປີ ມານີ້ , ວຽກ ກໍ່ ເປັນ ປົກ ກະ ຕິ , ໄດ້ ຮັບ ເງິນ ເດືອນ ສູງ , ພະ ນັກ ງານ ໄດ້ ຫາ ວຽກ ໃຫ້ ເອື້ອຍ ນ້ອງ ເຮັດ ເປັນປະຈຳ , ເອື້ອຍ ນ້ອງກໍ່ ມີ ຄວາມ ພາກ ພູມ ໃຈ ແລະ ຢາກ ມີ ວຽກ ເຮັດ ເປັນ ປົກ ກະ ຕິ ເພື່ອ ຕິດ ພັນ ກັບ ໝູ່ ບ້ານ ອາ ຊີບ.   ບໍ່ພຽງແຕ່ໄດ້ຜະລິດບັນດາຜະລິດຕະພັນສິລະປະຫັດຕະກຳຕາມຄວາມນິຍົມເທົ່ານັ້ນ, ປະຈຸບັນ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ ຍັງໄດ້ມຸ່ງໄປເຖິງການພັດທະນາການທ່ອງທ່ຽວອີກດ້ວຍ. ມາຢ້ຽມຢາມໝູ່ບ້ານອາຊີບ ບາວລາ, ແຂກທ່ອງທ່ຽວສາມາດຢ້ຽມຊົມວິວັດການຜະລິດ, ເຮັດບັນດາຜະລິດຕະພັນເຄື່ອງຈັກສານດ້ວຍຕົນເອງ ແລະ ສາມາດຊອກຊື້ບັນດາຜະລິດຕະພັນພິເສດສະເພາະ. ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ ໃຫ້ຮູ້ຕື່ມອີກວ່າ:   ໃນ ຊຸມ ປີ ທີ່ ຜ່ານ ມາ , ສະ ຫະ ກອນ ໄດ້ ລົງ ທຶນ ສ້າງ ບັນ ດາ ຮູບ ແບບ ພັດ ທະ ນາ ການ ທ່ອງ ທ່ຽວ ເພື່ອ ເພີ່ມ ລາຍ ຮັບ ໃຫ້ ແກ່ ສະ ຫະ ກອນ ກໍ່ ຄື ສະ ມາ ຊິກ. ທາງ ສະ ຫະ ກອນ ຍັງ ໄດ້ ຄົ້ນ ຄ້ ວາ ພັດ ທະ ນາ ຮູບ ແບບ ນ້ອຍ , ກະ ທັດ ລັດ ເທື່ອ ລະ ກ້າວ ເພື່ອ ຮັບ ໃຊ້ ແຂກ ທ່ອງ ທ່ຽວ.    ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ ທີ່ມີຊື່ສຽງມາແຕ່ດົນນານ ພວມຫັນປ່ຽນຕາມທິດຜະລິດ ແລະ ພັດທະນາແບບຍືນຍົງ. ໝູ່ບ້ານເກົ່າແກ່ແຫ່ງນີ້ ຕັດສິນໃຈກາຍເປັນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ໃນແຜນທີ່ທ່ອງທ່ຽວຂອງແຂກທ່ອງທ່ຽວຜູ້ທີ່ມັກຄົ້ນຫາ, ລົງຕົວຈິງບັນດາໝູ່ບ້ານອາຊີບ ແລະ ໝູ່ບ້ານພື້ນເມືອງເຂດກຸງເກົ່າ./.    
TAG
VOV/VOVworld/ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ຈັກ​ສານ ບາວ​ລາ/ຜ່າໄມ້/ນາຍຊ່າງ ທາຍຟີຮຸ່ງ/ປ້າ ທາຍທິແທັງຕວຽນ/ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ