ໝູ່ບ້ານຫຼໍ່ທອງພື້ນເມືອງຟື້ນຕົວໃນຍຸກສະໄໝເຕັກໂນໂລຊີ
25/07/2025 00:39
(VOVWORLD) - ໃນເວລາກ່ວາ 300 ປີກ່ອນ, ຊາວ ຫວຽດນາມ ໃນໄລຍະການເດີນທາງໄປພາກໃຕ້ ໄດ້ຢຸດຢູ່ເຂດດິນແດນ ລອງດຽນ ປະຈຸບັນຂຶ້ນກັບນະຄອນ ໂຮ່ຈີມິນ ເພື່ອຕັ້ງຖິ່ນຖານ, ທຳມາຫາກິນ. ເມື່ອມີພົນລະເມືອງຫຼາຍກ່ວາ, ບັນດາອາຊີບກະສິກຳ, ຫັດຖະກຳກໍ່ຄ່ອຍໆໄດ້ຮັບການສ້າງຂຶ້ນ ແລະ ພັດທະນາ, ໃນນັ້ນມີອາຊີບຫຼໍ່ທອງ. ຜ່ານໄລຍະເວລານັບຮ້ອຍປີທີ່ໄດ້ສ້າງຕັ້ງ ແລະ ພັດທະນາ, ຊາວໝູ່ບ້ານໄດ້ສືບທອດ, ຮັກສາອາຊີບຫຼໍ່ທອງນີ້ໄວ້ ເພື່ອໃຫ້ເຄື່ອງໝາຍການຄ້າທອງ ລອງດຽນ ຍັງສືບຕໍ່ມີຊື່ສຽງໂດ່ງດັງໃນຊີວິດຍຸກເຕັກໂນໂລຊີທັນສະໄໝປະຈຸບັ ນນີ້.

ໝູ່ບ້ານອາຊີບ ລອງດຽນ (ພາບ: brt.vn ) ໃນທຸກວັນນີ້, ຖ້າມີໂອກາດມາຢ້ຽມຢາມແຫ່ງນີ້, ແຂກທ່ອງທ່ຽວຈະສາມາດໄປຢ້ຽມຢາມບັນດາຮາກຖານຫຼໍ່ທອງ, ຊົມບັນດານາຍຊ່າງແກະຄວັດບັນດາລວດລາຍ ຫຼື ສາມາດຟັງສຽງແກະ, ຄວັດທີ່ຄຶກຄື້ນໃນທົ່ວໝູ່ບ້ານ. ນັບແຕ່ສະຕະວັດທີ 17, ຜະລິດຕະພັນຫຼໍ່ທອງຂອງໝູ່ບ້ານຫຼໍ່ທອງຢູ່ ລອງດຽນ ໄດ້ມີຊື່ສຽງໃນທົ່ວເຂດທາງທິດຕາເວັນຕົກຂອງພາກໃຕ້ ຫວຽດນາມ ດ້ວຍບັນດາຜະລິດຕະພັນຄື: ລະຄັງທອງ, ໂຖສຽບທູບບູຊາ… ຜ່ານຫຼາຍລຸ້ນຄົນ, ປະຈຸບັນ, ປຊຊ ຜູ້ທີ່ເມົາມົວກັບອາຊີບຫຼໍ່ທອງ ຍັງໄດ້ຮັກສາໄວ້ຢູ່. ນັບແຕ່ຄາວອາຍຸພຽງ 10 ປີ, ຂ້າພະເຈົ້າເຫັນທັງບ້ານໄດ້ເຮັດອາຊີບຫຼໍ່ທອງແລ້ວ. ເມື່ອເຕີບໃຫ່ຍຂຶ້ນ, ພໍ່ແມ່ກໍ່ສອນໃຫ້, ແລ້ວກໍ່ເຮັດອາຊີບນີ້ເລີຍ. ຂ້າພະເຈົ້າຮັກມັກອາຊີບນີ້ ກໍ່ຍ້ອນລຸ້ນພໍ່ລຸ້ນອ້າຍໄດ້ ຖ່າຍ ທອດໃຫ້ ແລະ ຕັດສິນໃຈຮັກສາອາຊີບ ນີ້ . ຂັ້ນຕອນໜຶ່ງການໃນເຮັດຜະລິດຕະພັນທອງ (ພາບ: brt.vn ) ພ້ອມກັບການປະດິດຄິດສ້າງ, ຄວາມຄ່ອງແຄ້ວຂອງນາຍຊ່າງຜູ້ມີສີມືດີ, ບັນດາຜະລິດຕະພັນຫຼໍ່ທອງຂອງໝູ່ບ້ານ ຍັງຮັກສາໄດ້ບັນດາຈຸດພິເສດສະເພາະທີ່ເປັນມູນເຊື້ອ, ທັງມີລັກສະນະປະດິດຄິດສ້າງ, ສອດຄ່ອງກັບຍຸກສະໄໝ. ພິເສດ, ການໝູນໃຊ້ເຕັກໂນໂລຊີ, ເຄື່ອງຈັກເຂົ້າໃນການຜະລິດ ໄດ້ປະກອບສ່ວນຊຸກຍູ້ການອອກແຮງງານທຳການຜະລິດຢູ່ໝູ່ບ້ານ, ຊ່ວຍບັນດາຮາກຖານຜະລິດ ຍົກສູງລະດັບການແກ່ງແຍ້ງ, ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງ. ທ່ານ ເຈິ່ນວັນຍານ ນັກສິລະປະກອນຂອງໝູ່ບ້ານ ໃຫ້ຮູ້ວ່າ: ຊີວິດໃນທຸກວັນນີ້ກໍ່ມີການປ່ຽນແປງຫຼາຍຢ່າງ, ມີການຫັນ ເປັນ ທັນສະໄໝ. ປະຈຸບັນ, ຮາກຖານການຜະລິດຍັງເຮັດອາຊີບຫຼໍ່ທອງແບບພື້ນເມືອງຂອງ ຄົນ ລຸ້ນກ່ອນ ແຕ່ ກໍ່ ນຳໃຊ້ເຕັກໂນໂລຊີທັນສະໄໝ ກວ່າ . ສິ່ງສຳຄັນແມ່ນຜະລິດຕະພັນຂອງເຮົາໄດ້ ປ່ຽນ ແປງເພື່ອຕອບສະໜອງຕາມຄວາມນິຍົມຂອງຕະຫຼາດ. ເວົ້າລວມແລ້ວ, ສາມາດເຮັດອາຊີບເປັນປົກກະຕິ ແລະ ອາຊີບກໍ່ບໍ່ຖືກສູນຫາຍໄປ. ທ່ານ ເຈິ່ນວັນຍານ ນັກສິລະປະກອນ ໝູ່ບ້ານອາຊີບຫຼໍ່ທອງ ລອງດຽນ (ພາບ: brt.vn ) ອາຊີບຫຼໍ່ທອງໄດ້ຮັບການຮັກສາໄວ້ເປັນປົກກະຕິ ໄດ້ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບປົກກະຕິໃຫ້ແຮງງານນັບໝື່ນຄົນຢູ່ພາຍໃນ ແລະ ນອກທ້ອງຖິ່ນ. ພິເສດ, ລຸ້ນໜຸ່ມກໍ່ນັບມື້ນັບຫ້າວຫັນກັບອາຊີບທີ່ລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້. ອ້າຍ ຫງວຽນແທັງຮວ່າຍ ຢູ່ຮາກຖານຫຼໍ່ທອງ ເຈິ່ນເຕິມຮົ່ງຍ່ານ ໃຫ້ຮູ້ວ່າ: ເມື່ອມານີ້ຂ້າພະ ເຈົ້າ ໄດ້ຮັບກາ ນ ແນະນຳຢ່າງສຸດຈິດສຸດໃຈ. ລາຍຮັບກໍ່ດີພໍ ສົມ ຄວນ, ເປັນປົກກະຕິ ແລະ ແນ່ນອນວ່າໃນອະນາຄົດຈະຕິດພັນກັບອາຊີບນີ້ ຍາວນານ ເລີຍ.
TAG
VOV/VOVworld/ໝູ່ບ້ານຫຼໍ່ທອງພື້ນເມືອງຟື້ນຕົວໃນຍຸກສະໄໝເຕັກໂນໂລຊີ/ທ່ານ ເຈິ່ນວັນຍານ ນັກສິລະປະກອນ ໝູ່ບ້ານອາຊີບຫຼໍ່ທອງ ລອງດຽນ/ອ້າຍ ຫງວຽນແທັງຮວ່າຍ ຢູ່ຮາກຖານຫຼໍ່ທອງ ເຈິ່ນເຕິມຮົ່ງຍ່ານ
Related





