ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ຕວັກກີ ແລະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ IPU 152
16/04/2026 09:03
[VOVWORLD] - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ IPU 152 ດ້ວຍຫົວຂໍ້ “ຫຼໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະ ປົກປ້ອງຄວາມຍຸຕິທຳໃຫ້ແກ່ລຸ້ນອະນາຄົດ”.

4_16-4_fm-sang_chu_tich_anh_2.jpg (ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເຂົ້າຮ່ວມພິທີໄຂກອງປະຊຸມ) ຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ຫງວຽນທິແທັງງາ, ພັນລະຍາ ໄດ້ເດີນທາງໄປຮອດນະຄອນຫຼວງ Istanbul, ຕວັກກີ, ເລີ່ມຕົ້ນການປະຕິບັດງານເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 152 (IPU 152) ແລະ ດຳເນີນການເຄື່ອນໄຫວ 2 ຝ່າຍຈຳນວນໜຶ່ງຢູ່ ຕວັກກີ ຕາມຄຳເຊີນຂອງທ່ານ Tulia Ackson, ປະທານ IPU ແລະ ທ່ານ Martin Chungong, ເລຂາທິການໃຫຍ່ IPU. ຕອນຄ່ຳວັນດຽວກັນຢູ່ Istanbul, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ IPU 152 ດ້ວຍຫົວຂໍ້ “ຫຼໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະ ປົກປ້ອງຄວາມຍຸຕິທຳໃຫ້ແກ່ລຸ້ນອະນາຄົດ”. ທີ່ພິທີໄຂ, ໃນສານສົ່ງເຖິງ ກອງປະຊຸມສະມັດຊາໃຫຍ່ IPU 152, ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຍົກສູງການຮ່ວມມືສາກົນ, ເຈລະຈາ ແລະ ຄຸ້ມຄອງກວມລວມ ຄືດັ່ງບັນດາປັດໄຈແກ່ນສານເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ແລະ ສະເໜີເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາລັດຖະສະພາ ແນໃສ່ຍົກສູງຄວາມຮັບຜິດຊອບອະພິປາຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.
TAG
VOV/VOVWORLD/ພົວພັນ/ຄູ່ຮ່ວມມື/ລະຫວ່າງ/IPU
Related
More





