ຄວາມງາມຂອງໝູ່ບ້ານອາຊີບເຮັດຟອຍແຂມ ຈຽມເຊີນ-ກວາງນາມ
22/05/2025 07:56
(VOVWORLD) - ໝູ່ບ້ານອາຊີບເຮັດຟອຍແຂມ ຈຽມເຊີນ (ຢຸຍຈິງ, ຢຸຍຊວຽນ, ກວາງນາມ) ຕັ້ງຢູ່ເສັ້ນທາງທ່ອງທ່ຽວ ໂຮ້ຍອານ-ໝີ້ເຊີນ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາໃນເວລາກ່ວາ 100 ປີ, ໝູ່ບ້ານແຫ່ງນີ້ຍັງຮັກສາບັນດາຈຸດຄວາມງາມທີ່ເປັນມູນເຊື້ອຂອງເຂດບ້ານນາ ກວາງນາມ ໄວ້ໄດ້.

(ພາບ: ຕວຽດເລ-VOV) ໝູ່ບ້ານອາຊີບເຮັດຟອຍແຂມ ຈຽມເຊີນ ໄດ້ເຮັດຟອຍຕະຫຼອດປີ. ເມື່ອເຮັດເຟອຍແຂມ, ແຕ່ລະຄົນຈະເຮັດໜຶ່ງຂັ້ນຕອນ: ແຕ່ພັນຝັ້ນເຊືອກ, ມັດແຂມ ຕະຫຼອດຮອດການເຮັດຜະລິດຕະພັນສຳເລັດ. ທ່ານ ຫງວຽນເຍິດຕວັນ, ເຈົ້າຂອງຮາກຖານເຮັດຟອຍແຂມ ເຍິດຕວັນ ໃຫ້ຮູ້ວ່າ: ໃກ້ຈະຮອດບຸນເຕັດ, ຮາກຖານຜະລິດຂອງທ່ານຕ້ອງເຮັດຟອຍຫຼາຍທົບສອງເທົ່າເມື່ອທຽວກັບວັນທຳມະດາ. ແຕ່ລະວັນ, ຮາກຖານນີ້ໄດ້ເຮັດຟອຍແຂມຊະນິດຕ່າງໆເກືອບ 1.500 ອັນ. ຟອຍແຂມໄດ້ເຮັດເປັນຫຼາຍຮູບຫຼາຍແບບຄື: ຟອຍຝັ້ນດ້ວຍຫວາຍແບບດັ້ງເດີມ, ຟອຍຝັ້ນດ້ວຍເສັ້ນໂລຫະ, ຟອຍກ້ານຢາງ...
TAG
VOV/VOVworld/ຄວາມງາມຂອງໝູ່ບ້ານອາຊີບເຮັດຟອຍແຂມ ຈຽມເຊີນ-ກວາງນາມ. ຈຽມເຊີນ/ອ້າຍ ຫງວຽນຢຸຍບິນ ເຈົ້າຂອງຮາກຖານຜະລິດ/ທ່ານ ດັ້ງຫຶ້ວຟຸກ/ຮອງປະທານຄະນະກຳມະການ ປຊຊ ເມືອງ ຢຸຍຊວຽນ/ຟອຍແຂມ ມິນທື/ຕາແສງ ຢຸຍຈິ/ຮາກຖານເຮັດຟອຍແຂມ ເຍິດຕວັນ
Related





