ພື້ນຖານໂຄງລ່າງສ້າງໂອກາດ, ນະໂຍບາຍໄດ້ເປີດທາງ ແຕ່ຄວາມຄາດຫວັງບືນຕົວຂຶ້ນເປັນເຈົ້າ ໄດ້ຊ່ວຍຊາວກະສິກອນຢູ່ທີ່ນີ້ ຫັນຊັບພະຍາກອນທຳມະຊາດ, ວັດທະນະທຳຂອງບ້ານເກີດເມືອງນອນ ໃຫ້ກາຍເປັນການທຳມາຫາກິນ, ເປັນເຈົ້າການສ້າງອະນາຄົດທີ່ຍືນຍົງ.
ຈາກເຮືອນທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ, ອ້າຍ ເຢືອງຟຸກທີມ ຊາວເຜົ່າຢ້າວ, ຢູ່ບ້ານ ຊົງມອກ, ຕາແສງ ແຮວ່ງໂມ, ນະຄອນ ກວາງນິງ, ໄດ້ສ້ອມແປງເຮືອນຈິ່ງເຕື່ອງສ້າງດ້ວຍດິນແດງ 2 ຫຼັງ, ຮັກສາສະຖາປັດຕະຍາກຳເກົ່າຂອງທ້ອງຖິ່ນ, ເພື່ອຕອບສະໜອງຄວາມຕ້ອງການພັກເຊົາຂອງແຂກທ່ອງທ່ຽວ. ຄອບຄົວອ້າຍໄດ້ຜັນຂະຫຍາຍຮູບແບບ homestay ໃນເວລາປະມານ 2 ປີມານີ້, ໂດຍບັນດາສະມາຊິກໃນຄອບຄົວໄດ້ຈັດ ແລະ ຮັບໃຊ້ແຂກທ່ອງທ່ຽວດ້ວຍຕົນເອງ:
ກ່ອນນີ້ ລາຍຮັບອີງຕາມການປູກແຄ່, ອົບເຊີຍ, ບາງປີກໍ່ມີລາຍຮັບ ບາງປີກໍ່ບໍ່ມີ, ລາຍຮັບບໍ່ຖາວອນ. ຂ້າພະເຈົ້າຮຽນຕາມໝູ່ເພື່ອນ, ຫຼັງຈາກນັ້ນກໍ່ຮ່ຳຮຽນ ແລະ ເຮັດການທ່ອງທ່ຽວເຂດຊຸມຊົນ. ເຮັດກະສິກຳທັງປີ ແມ່ນມີລາຍຮັບເທົ່າກັບເຮັດການທ່ອງທ່ຽວເຂດຊຸມຊົນພຽງ 3 ເດືອນເທົ່ານັ້ນ.
ບໍ່ພຽງແຕ່ໄດ້ສ້າງລາຍຮັບຕື່ມອີກເທົ່ານັ້ນ, ການທ່ອງທ່ຽວເຂດຊຸມຊົນຍັງນຳມາເຊິ່ງບັນດາການປ່ຽນແປງໃນວິທີທີ່ ປຊຊ ເຂດພູສູງ ກວາງນິງ ເປັນເຈົ້າການຊອກຫາໂອກາດພັດທະນາອີກດ້ວຍ. ສິ່ງນິ້ໄດ້ສະແດງອອກຢ່າງຈະແຈ້ງຢູ່ບ້ານ ກາວເຊີນ, ຕາແສງ ແຮວ່ງໂມ, ແຫ່ງທີ່ມີ 35 ຄອບຄົວຊາວເຜົ່າຢ້າວ ດຳລົງຊີວິດ ຢູ່ຄວາມສູງກ່ວາ 1000 ແມັດເມື່ອທຽບກັບໜ້ານ້ຳທະເລ.
ຕາມເອື້ອຍ ນົງຢ້ຽວລິນ, ອາຍຸ 26 ປີ, ຊາວເຜົ່າໄຕ ຢູ່ ບິນລຽວ, ຜູ້ຄຸ້ມຄອງສະຫະກອນ ຮວາບິນລຽວ, ພ້ອມກັບໂອກາດມີວຽກເຮັດງານທຳ, ການຕ້ອນຮັບແຂກ ກໍ່ສ້າງກຳລັງໜູນເພື່ອໃຫ້ ປຊຊ ສ້ອມແປງເຮືອນຢູ່, ປູກສາລີ, ປູກມັນດ້າງ, ມັນຕົ້ນ ແລະ ຮຽນວິທີພົບປະໂອ້ລົມໃນການເຮັດບໍລິການ:
ຈຳນວນແຂກໄປມາຫຼາຍກວ່າ, ຊາວບ້ານ ກາວເຊີນ ຈະໄດ້ພົບກັບແຂກທ່ອງທ່ຽວຫຼາຍກວ່າອີກ ແລະ ຈະເຫັນວ່າ ບ້ານເກີດເມືອງນອນຂອງຕົນມີການປ່ຽນແປງຫຼາຍ. ທຸກຄົນຈະເຮັດອະນາໄມທຳເຮືອນຊານໃຫ້ສະອາດຂຶ້ນ, ປູກສາລີ, ປູກມັນຕົ້ນຂາຍໃຫ້ແຂກທ່ອງທ່ຽວ. ຊາວທ້ອງຖິ່ນເກືອບທັງໝົດກໍ່ໄດ້ເຂົ້າຮ່ວມການເຮັດບໍລິການ. ບາງຄົນເປັນພໍ່ຄົວແມ່ຄົວ, ເປັນຜູ້ບໍລິການຫ້ອງນອນ, ບາງຄົນປູກຕົ້ນໄມ້…ຢູ່ນີ້ໄດ້ສ້າງວຽກເຮັດງານທຳໃຫ້ຫຼາຍຄົນ.
ຈາກການປ່ຽນແປງໃນຊີວິດປະຈຳວັນ, ປຊຊ ພວມເຂົ້າຮ່ວມເລິກກວ່າໃນລະບົບການບໍລິການທ່ອງທ່ຽວເທື່ອລະກ້າວ, ນຳອາຫານພິເສດຂອງທ້ອງຖິ່ນມາໃຫ້ແຂກທ່ອງທ່ຽວ ແລະ ສ້າງມູນຄ່າໂດຍກົງຈາກບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ. ທ່ານນາງ ຍື້ທິເງິ່ນ ຜູ້ອຳນວຍການໃຫ່ຍບໍລິສັດຫຸ້ນສ່ວນລົງທຶນການທ່ອງທ່ຽວ ຮ່າໂນ້ຍ (Hanoi Tourism), ຖືວ່າ:
ເພື່ອຕ້ອນຮັບແຂກທ່ອງທ່ຽວມາ ບິນລຽວ ໃຫ້ດີກວ່າ ຫຼືວ່າມາບັນດາເຂດຊົນນະບົດອື່ນຄື ຕຽນອຽນ, ແຮວ່ງໂມ, ພິເສດ, ປະຈຸບັນກໍ່ມີດ່ານຊາຍແດນ, ພວກເຮົາຕ້ອງລົງທຶນໃນການບໍລິການພັກເຊົາ, ສ່ວນການບໍລິການກິນດື່ມແມ່ນຕ້ອງຮັບປະກັນຄຸນນະພາບ, ມາດຖານ ແລະ ພິເສດແມ່ນການຮ່ວມສຳພັນລະຫວ່າງບັນດາພະແນກ, ຂະແໜງການເພື່ອລົງທຶນກໍ່ສ້າງບັນດາກິດຈະກຳຕ້ອນຮັບແຂກ ໃຫ້ບັນລຸມາດຖານກວ່າ.
ຈາກບັນດາຫຼັງເຮືອນທີ່ເປັນມູນເຊື້ອໄດ້ຮັບການສ້ອມແປງເພື່ອຕ້ອນຮັບແຂກທ່ອງທ່ຽວ ຕະຫຼອດຮອດບັນດາຊາວທ້ອງຖິ່ນ ກາວເຊີນ ໄດ້ເຊື່ອໝັ້ນຕໍ່ຕົນເອງ ເພື່ອເຂົ້າຮ່ວມບັນດາການບໍລິການ, ການທ່ອງທ່ຽວພວມເປີດບັນດາວິທີເຮັດໃໝ່ຢູ່ເຂດພູສູງ ກວາງນິງ.
ພ້ອມກັນນັ້ນ, ເລື່ອງຍົກສູງທັກສະການເຮັດການທ່ອງທ່ຽວ, ສ້າງຜະລິດຕະພັນພິເສດສະເພາະ ແລະ ເພີ່ມທະວີການເຊື່ອມຕໍ່ບັນດາຄອບຄົວ ຈະຊ່ວຍໃຫ້ປະຊາຄົມເປັນເຈົ້າການກວ່າອີກໃນການຕ້ອນຮັບແຂກ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ. ຜ່ານນັ້ນ, ການທ່ອງທ່ຽວບໍ່ພຽງແຕ່ໄດ້ສ້າງວຽກເຮັດງານທຳຕື່ມອີກເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນຮັກສາສີສັນວັດທະນະທຳ, ສົ່ງເສີມ ປຊຊ ຕິດພັນ ແລະ ສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນຂອງຕົນອີກດ້ວຍ./.








