ໃນຊຸມວັນເດືອນ 8 ໄລ່ຕາມຈັນທະປະຕິທິນ, ໝູ່ບ້ານອາຊີບ ຊວັນດິ້ງ ພັດມີຄວາມຄຶກຄື້ນຜະລິດເຂົ້າໜົມເພື່ອຮັບໃຊ້ວັນບຸນໄຫວ້ພະຈັນ (ເຕັດຈຸງທູ) ຊື່ງແມ່ນເຂົ້າໜົມໄດ້ຮັບຄວາມນິຍົມຂອງຫຼາຍຄອບຄົວເມື່ອລະດູໃບໄມ້ຫຼົ່ນວຽນມາ.
ແຕ່ລະປີ, ເມື່ອຮອດໂອກາດບຸນເຕັດຈຸງທູ ຫຼືບຸນເຕັດປະເພນີ, ຂ້າພະເຈົ້າກໍ່ມາໝູ່ບ້ານ ຊວັນດິ້ງ ເພື່ອຊື້ເຂົົົົົົົົົົົົົົົົົົົົົົົົົ້າໜົມປະເພດຕ່າງໆ. ຄອບຄົວຂ້າພະເຈົ້າມັກກິນເຂົ້າໜົມຢູ່ທີ່ນີ້ ຍ້ອນວ່າມັນຮັບປະກັນຄຸນນະພາບ. ໄສ້ເຂົ້າໜົມແຊບ, ລົດຊາດພໍດີ.
ໃນຊຸມວັນໄກ້ຈະຮອບບຸນເຕັດຈຸງທູ, ບັນດາເສັ້ນທາງເຂົ້າໝູ່ບ້ານ ແລະ ຮ່ອມທາງນ້ອຍໃນໝູ່ບ້ານກໍ່ເຕັມໄປດ້ວຍຄົນມາຊື້ເຂົ້າໜົມ. ບັນຍາກາດຂອງບັນດາຄອບຄົວຜະລິດເຂົ້າໜົມກໍ່ຄຶກຄື້ນມ່ວນຊື່ນທີ່ສຸດ. ປ້າ ໂດ້ທິຍ້ວນ, ຜູ້ເຮັດເຂົ້າໜົມຈຸງທູຢູ່ຕາແສງ ຊວັນດິ້ງ ແບ່ງປັນວ່າ:
ນັບແຕ່ຕົ້ນເດືອນ 7 ໄລ່ຕາມຈັນທະປະຕິທິນກໍ່ມີຄົນມາຊື້ເຂົ້າໜົມແລ້ວ. ກ່ອນບຸນເຕັດຈຸງທູ ປະມານ 10-15 ວັນແມ່ນມີແຂກມາຊື້ຫຼາຍທີ່ສຸດ. ໃນຈຸດເວລານັ້ນ, ພວກຂ້າພະເຈົ້າຄາວຽກຫຼາຍ, ທັງກະກຽມວັດຖຸດິບ, ທັງເຮັດເຂົ້າໜົມ.
ທ່ານ ຟ້າມຮຸຍຢຸ້ງ, ຜູ້ເຮັດເຂົ້າໜົມຈຸງທູຢູ່ຕາແສງ ຊວັນດິ້ງ ໃຫ້ຮູ້ວ່າ: ຂັ້ນຕອນເຮັດໄສ້ເຂົ້າໜົມແມ່ນສຳຄັນກວ່າໝູ່, ເຂົ້າໜົມແຕ່ລະກ້ອນທີ່ມີນ້ຳໜັກຕ່າງກັນຈະມີປະລິມານໄສ້ທີ່ໄດ້ກຳນົດ:
ວັດຖຸດິບຕ້ອງຄົນດ້ວຍມື, ດັ່ງນັ້ນ ໄດ້ຮຽກຮ້ອງຕ້ອງມີຄວາມແຂງແຮງ, ຖ້າຄົນດ້ວຍເຄື່ອງຈັກ ເຂົ້າໜົມຈະບໍ່ແຊບເທົ່າຄົນດ້ວຍມື. ແຕ່ກ່ອນເຮັດແນວໃດປະຈຸບັນພວກຂ້າພະເຈົ້າກໍ່ເຮັດຄືກັນ. ຕ້ອງຄົນວັດຖຸດິບໃຫ້ສະໝ່ຳສະເໝີ.ຕາມການເວລາ, ພ້ອມດ້ວຍສີມືອັນຄ່ອງແຄ້ວ ແລະ ເຄັດລັບທີ່ໄດ້ຮັບການສືບທອດກັນມາ, ບັນດາຄອບຄົວໄດ້ໃຊ້ວັດຖຸດິບຕ່າງໆທີ່ລຶ້ງເຄີຍຄື: ນ້ຳມັນໝູ, ເຂົ້າສານໜຽວ, ຖົ່ວຂຽວ, ໝາກງາ, ຖົ່ວດິນ, ຂີງ, ໝາກພ້າວ, ໄສ້ອົ່ວ… ເຮັດຜະລິດຕະພັນທີ່ຫອມ, ແຊບ ແລະ ເຂັ້ມຂຸ້ນໄປດ້ວຍລົດຊາດພື້ນເມືອງ. ຈຸດພິເສດເຮັດໃຫ້ເຂົ້າໜົມຈຸງທູຢູ່ໝູ່ບ້ານ ຊວັນດິ້ງ ມີລົດຊາດຫອມແຊບ ແມ່ນຂອດກະກຽມວັດຖຸດິບ. ນັບແຕ່ນ້ຳດອກໝາກກ້ຽງໃຫຍ່ເພື່ອສ້າງກິ່ນຫອມໃຫ້ ບັນແຢວ (ເຂົ້າໝົມແບບອ່ອນ) ກໍ່ຕ້ອງໄດ້ຕົ້ມກັ່ນໄວ້ແຕ່ຕົ້ນປີ ເມື່ອດອກໝາກກ້ຽງໃຫຍ່ເບັ່ງບານ ຫຼືບ້ວຍເຄັມໝາກແປ້ນເຮັດໄສ້ ບັນເນື້ອງ (ເຂົ້າໝົມແບບປີ້ງ) ຕ້ອງຕົ້ມແຕ່ຕົ້ນລະດູບານໃໝ່; ຊີ້ນນ້ຳມັນໝູຕ້ອງຊອຍດ້ວຍມື ຫາກບໍ່ໃຫ້ໃຊ້ເຄື່ອງຈັກ ຫຼີກລ່ຽງບໍ່ໃຫ້ປ່ຽງຊີ້ນມຸ່ນ… ຮາກຖານເຮັດເຂົ້າໜົມແຕ່ລະແຫ່ງຈະມີເຄັດລັບທີ່ແຕກຕ່າງກັນ ເພື່ອສ້າງລົດຊາດຜະລິດຕະພັນແຕກຕ່າງຂອງໃຜລາວ. ທ່ານ ຟ້າມຮຸຍຢຸ້ງ ໃຫ້ຮູ້ຕື່ມອີກວ່າ:
ເຂົ້າໜົມຈຸງທູພື້ນເມືອງຈະມີນ້ຳມັນໝູ, ແກ່ນບົວ, ໃບໝາກນາວ, ແກ່ນໝາກໂມ, ໝາກງາ, ແກ່ນໝາກອຶ, ໄສ້ອ່ົວ, ແປ້ງ ແລະ ເຄື່ອງເທດທີ່ໄດ້ສືບທອດກັນມາຈາກລຸ້ນກ່ອນ.
ໝູ່ບ້ານອາຊີບ ຊວັນດິ້ງ ໃນປະຈຸບັນແມ່ນການປະສົມກົມກຽວລະຫວ່າງມູນເຊື້ອດັ້ງເດີມ ແລະ ການປ່ຽນແປງໃໝ່. ໄປຄຽງຄູ່ກັບບັນດາຜະລິດຕະພັນພື້ນເມືອງ, ບັນດານາຍຊ່າງ ແລະ ຮາກຖານການຜະລິດ ໄດ້ປະດິດສ້າງຕື່ມຫຼາຍລົດຊາດໃໝ່ທີ່ໄດ້ຮັບຄວາມນິຍົມໃນປະຈຸບັນຄື: ບ້ວຍເຄັມໝາກໄມ້ອົບແຫ້ງອ່ອນ, ເຂົ້າໜົມຫວານໜ້ອຍທີ່ດີຕໍ່ສຸຂະພາບ… ບັນດາຜະລິດຕະພັນຂອງໝູ່ບ້ານໄດ້ຈຳໜ່າຍຢ່າງກວ້າງຂວາງໃນທົ່ວປະເທດ ກໍ່ຄືໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ຍີ່ປຸ່ນ, ສ.ເກົາຫຼີ, ເອີລົບ…ປ້າ ໂດ້ທິຍ້ວນ ໃຫ້ຮູ້ຕື່ມອີກວ່າ:
ຄອບຄົວຂ້າພະເຈົ້າໄດ້ເຮັດເຂົ້າໜົມພື້ນເມືອງໂດຍລຸ້ນພໍ່ລຸ້ນອ້າຍຖ່າຍທອດໃຫ້… ປະຈຸບັນ, ພວກຂ້າພະເຈົ້າກໍ່ຜະລິດເຂົ້າໜົມປະເພດຕ່າງໆຕື່ມອີກ ເພື່ອຮັບໃຊ້ຄວາມຕ້ອງການຂອງ ປຊຊ ດ້ວຍຫຼາຍລົດຊາດ, ສີສັນແຕ່ງກັນ.ໝູ່ບ້ານອາຊີບພັດທະນາ ໄດ້ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ແຮງງານນັບຮ້ອຍຄົນຢູ່ທ້ອງຖິ່ນ ແລະ ບັນດາເຂດໃກ້ຄຽງ. ລາຍຮັບທີ່ເປັນປົກກະຕິໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງ ປຊຊ ນັບມື້ນັບໄດ້ຮັບການປັບປຸງ, ພ້ອມທັງໄດ້ປະກອບສ່ວນຮັກສາຈຸດວັດທະນະທະທຳອາຫານການກິນທີ່ເປັນມູນເຊື້ອຂອງ ທັງລອງ-ຮ່າໂນ້ຍ. ນອກຈາກນັ້ນແລ້ວ, ອຳນາດການປົກຄອງທ້ອງຖິ່ນກໍ່ຖືເປັນສຳຄັນການລົງທຶນພັດທະນາໝູ່ບ້ານອາຊີບໄປຕາມທິດຍືນຍົງ, ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ ແລະ ສ້າງເຄື່ອງໝາຍການຄ້າ “ເຂົ້າໜົມ ຊວນດິ້ງ” ນັບມື້ນັບມີຄວາມພັດທະນາ./.








