ຈາກ​ບົດ​ຮຽນ​ຕົວ​ຈິງ, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ບັນ​ດ​າ​ປະ​ຊາ​ຄົມ​ພວມ​ເປັນ​ເຈົ້າ​ການ​ກວ່າ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, , ຜ່ານນັ້ນ ກໍ່ໄດ້​ຫລຸດ​ຜ່ອນ​ຄວາມ​ສ່ຽງ​ໃນ​ລະ​ດັບ​ຕ່ຳ​ສຸດ, ຮັກ​ສາ​ການດຳລົງຊີ​ວິດ​ໃນທຳມະຊາດທີ່​ຫຍຸ້ງ​ຍາກ​ກັນ​ດານ.

ບ້ານ​ ກາ​ຕາງ, ຕາ​ແສງ ຕວຽນ​ເລິມ, ແຂວງ ກວາງ​ຈິ ມີ 125 ຄອບ​ຄົວ​ດຳ​ລົງ​ຊີ​ວິດ​ແບບ​ກະ​ແຈກ​ກະ​ຈາຍ​ຢູ່​ເທິງ​ພູ. ທ່ານ ຮວ່າງວັນ​ທ້ວນ, ປະທານ​ບ້ານ ກາ​ຕາງ ໃຫ້​ຮູ້​ວ່າ: ກ​ອ່ນນີ້, ທ່ານ​ຕ້ອງ​ຍ່າງ​ນັບຫຼາຍຫຼັກ ຂຶ້ຶ້ນ​ພູ​ລົງ​ຫ້ວຍ ເຄາະ​ປະ​ຕູເຮືອນ​ແຕ່​ລະ​ຄອບຄົວ​ເພື່ອ​ຊຸກ​ຍູ້ ປ​ຊ​ຊ ​ຍົກ​ຍ້າຍອອກ​ໄປ, ແຕ່​ປະ​ຈຸ​ບັນ, ຍ້ອນ​ມີ​ເຄືອ​ຂ່າຍ​ອິນ​ເຕີເນັດ​ໄດ້​ປົກ​ຄຸມ​ໄປ​ທົ່ວ, ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ​ດ່ວນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​​ມື​ໂດຍ​ທັນ​ທີ:

ໃນ​ຍາມ​ຝົນ​​ພະ​ຍຸ​, ທ່າ​ໄດ້​ປຽບ​ຂອງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ແມ່ນ​ໄດ້​ປະ​ຢັດ​ເວ​ລາ. ກ່ອນນີ້ ຂ້າ​ພະ​ເຈົ້າ​ຕ້ອງຍ່າງ​ໄປ​ຫາ​ແຕ່​ລະ​ຄອບຄົວ, ແຕ່​ປະ​ຈຸ​ບັນ, ຜ່ານ​ກຸ່ມ Zalo, Facebook ຂອງ​ບ້ານ ແມ່ນ ປ​ຊ​ຊ ກຳ​ຂໍ້​ມູນ​ຂ່າວໄດ້​ເລີຍ. ຖ້າ​ຜູ້​ໃດ​ບໍ່​ທັນ​ໄດ້​ອ່ານ​ຂໍ້​ຄວາມ ຂ້າ​ພະ​ເຈົ້າ​ກໍ່​ໄດ້​ໂທ​ຫາ​ໂດຍ​ກົງ; ກໍ​ລະ​ນີບໍ່ສາມາດ​ຕິດ​ຕໍ່​ໄດ້​ຈຶ່ງ​ຈະ​ໄປ​ຫາ​ຢູ່​ບ້ານ, ທັງ​ໄວ, ທັງ​ບໍ່​ລືມ​ຄອບ​ຄົວ​ໃດ.

ປະ​ຈຸ​ບັ​ນ, ບໍ​ລິ​ເວນຕາ​ແສງ ຕວຽນ​ເລິມ​ ກ້​ວາງ​ທົບ​ສອງ​ເທົ່າ​ພາຍຫຼັງ​ໂຮມ​ບັນ​ດາ​ຕາ​ແສງ​ເຂົ້າ​ນຳ​ກັນ, ບັນ​ດາ​ກຸ່ມ​ເຂດ​ຊຸມ​ຊົນ​ໄດ້​ຈັດ​ຢູ່​ກະ​ແຈກ​ກະ​ຈາຍ. ຕົວ​ຈິງ​ໃນ​ຍາມ​ຝົນ​ຕົກ​ນ້ຳ​ຖ້ວມ​ແຕ່​ລະ​ຄັ້ງ ​ໃນ​ເວ​ລາມໍ່ໆ​ມານີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ​ຂອງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ໃນ​ການ​ສົ່ງ​ຂ່າວແຈ້ງ​ເຕືອນ​ຢ່າງວ່ອງ​ໄວ, ທັນ​ການ​ມາ​ຍັງ ປ​ຊ​ຊ. ທ່ານ ເຈິ່ນ​ແມັ້ງ​ລຶກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ຕວຽນ​ເລິມ, ແຂວງ ກວາງ​ຈິ ໃຫ້​ຮູ້​ວ່າ:

ພາຍຫຼັງໂຮມ​ບັນ​ດາ​ຕາ​ແສງ​ເຂົ້າ​ນຳ​ກັນ, ເນື້ອ​ທີ່​ດິນ​​ທີ່ຕາ​ແສງ​​ຄຸ້ມ​ຄອງ​ໄດ້​ເພິ່ມ​ຂຶ້ນ​ທົບ​ສອງ​ເທົ່າ. ດັ່ງ​ນັ້ນ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ມາດ​ຕະ​ການຫຼັກ​ແຫຼ່ງ​ເພື່ອ​ບໍ​ລິ​ຫານ​ການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ. ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ທາງ​ຕາ​ແສງ​ໄດ້​ຊີ້​ນຳ​ການ​ສຳຫຼວດກວດ​ຄືນ, ຫັນ​ບັນ​ດາ​ຂໍ້​ມູນ​ຂອງ​ບັນ​ດາ​ຄອບ​ຄົວ​ທີ່ຢູ່ໃນເຂດ​ມີຄວາມສ່ຽງ​ຖືກ​ດິນ​ເຊາະ​ເຈື່ອນ​, ຖືກ​ຕັດແຍກຈາກພາຍນອກເປັນ​ດີ​ຈີ​ຕອນ ເພື່ອ​ໂຮມເຂົ້າ​ບັນ​ດາ​ໜ່ວຍ​ກະ​ທຳ​ໄວ. ຍ້ອນ​ເຫດນັ້ນ, ທິດ​ນຳ 4 ຢູ່​ກັບ​ບ່ອນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ຊັດ​ເຈນ ແລະ ມີ​ປະ​ສິດ​ທິ​ຜົນ.

ບ້ານ ເຕິນ​ຮົວ ນອນ​ໃນ​ເຂດ​ຖືກ​ນ້ຳ​ຖ້ວມຫຼາຍ​ຂອງ​ຕາ​ແສງ ກີມ​ຝູ. ໂດຍເຄີຍ​ຖືກ​ໄພ​ນ້ຳ​ຖ້ວມ​ເມື່ອ​ປີ 2010, ປ​ຊ​ຊ ຢູ່​ແຫ່ງນີ້​ເຂົ້າ​ໃຈ​ວ່າ ການ​ກະ​ກຽມ​ກ່ອນ​ຍາມ​ນ້ຳ​ຂຶ້ນ ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ. ຈາກ​ການ​ປະ​ດິດ​ສ້າງ ແລະ ບົດ​ຮຽນ​ຂອງ ປ​ຊ​ຊ, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ທ້ອງ​ຖິ່ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເຮືອນ​ແພ​ກວ່າ 600 ຫຼັງ​ໄດ້​ນຳ​ເຂົ້າ​ນຳ​ໃຊ້, ກາຍ​ເປັນ​ບ່ອນຫຼົບໄພ​ທີ່​ປອດ​ໄພ​ໃຫ້​ແກ່ ປ​ຊ​ຊ ເຕີນ​ຮົວ ກ່ອນ​ຍາມ​ນ້ຳຂຶ້ນ​ສູງ. ລຸງ ດິງ​ຊວັນ​ຫວູ ຢູ່​ບ້ານ ເຕິນ​ຮົວ ໃຫ້​ຮູ້​ວ່າ:

ແຕ່​ລະ​ຄອ​ບ​ຄົວລ້ວນ​ແຕ່​ໄດ້​ສະ​ສົມ​ຂອງ​ກິນ​ໄວ້​ກ່ອນນັ້ນ. ເມື່ອ​ນ້ຳ​ເລີ່ມ​ຂຶ້ນກໍ່​ມີ​ຂອງ​ກິນ​ໃນ​ເຮືອນ​ແພ​ແລ້ວ, ເຄື່ອງ​ຂອງກໍ່​ໄດ້​ຍ້າຍໄປ​ເຮືອນ​ແພ, ບໍ່​ຖືກ​ເປ່​ເພເສຍຫາຍ, ການ​ດຳ​ເນີນ​ຊີ​ວິດ​ທຸກ​ຢ່າງ​ໃນ​ເຮືອນ​ແພກໍ່​ສະ​ດວກ​ກວ່າ. ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ກ່ອນນີ້​ຖືກ​ນ້ຳ​ຖ້ວມ​ຂຶ້ນເຖິງຫຼັງ​ຄາ.

ຍ້ອນມີບັນ​ດາ​ເຮືອນແພ, ປະ​ຈຸ​ບັນ, ນ້ຳ​ຖ້ວມບໍ່​ແມ່ນ​ສິ່ງ​ທີ່​ໜ້າຢ້ານ​ກົວ​ສຳ​ລັບ ປ​ຊ​ຊ ທ້ອງ​ຖິ່ນ​ອີກ​ແລ້ວ. ທ່ານ​ນາງ ຫງວຽນ​ຮົ່ງ​ເຟື​ອງ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ແຂວງ ກວາງ​ຈິ ໃຫ້​ຮູ້​ວ່າ:

ບັນ​ດາ​ຮູບ​ແບບ​ເຮືອນແພລອຍ​ເທິງ​ໜ້າ​ນ້ຳ​ຢູ່ ເຕີຍ​ຮົວ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ປະ​ດິດ​ຄິດ​ສ້າງ​ຂອງ ປ​ຊ​ຊ ທ້ອງ​ຖິ່ນ, ຂອງ​ປະ​ຊາ​ຄົມ ເພື່ອ​ເປັນ​ເຈົ້​າ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ວ່າ ນີ້ບໍ່​ພຽງ​ແຕ່​ແມ່ນ​ຮູບ​ແບບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ມື ແລະ ລັກ​ສະ​ນະ​ເປັນ​ເຈົ້າ​ການ​ປະ​ດິດ​ຄິດ​ສ້າງ​ຂອງ ປ​ຊ​ຊ ທ້ອງ​ຖິ່ນ​ອີກ​ດ້ວຍ.

ໄພ​ທຳ​ມະ​ຊາດບໍ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້ ແຕ່​ວິ​ທີ​ທີ່​ປະ​ຊາ​ຄົມ​ກະ​ກຽມ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ໄພ​ທຳ​ມະ​ຊາດ ແມ່ນ​ສາ​ມາດ​ປ່ຽນ​ແປງ​ໄດ້. ຂໍ້​ຄວາມ​ໜຶ່ງ​ທີ່​ມາ​ຖືກ​ເວ​ລາ, ເຮືອນ​ແພຫຼັງ​ໜຶ່ງ​ໄດ້​ກະ​ກຽມ​ໄວ້ ແມ່ນ​ວິ​ທີ​ທີ່ ປ​ຊ​ຊ ກວາງ​ຈິ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ລະ​ດູ​ຝົນ​ຕົກ​ນ້ຳ​ຖ້ວມ./.