VOV WorldVOV World
ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ກາ
06/02/2025 09:17
(VOVWORLD) - ບໍ່ມີບັນຍາກາດຄຶກຄື້ນ, ຟົດຟື້ນຄືຢູ່ບັນດານະຄອນ, ລະດູບານໃໝ່ຢູ່ບັນດາໝູ່ບ້ານເຂດພູດອຍມີຄວາມງາມທີ່ແຕກຕ່າງ. ນັ້ນແມ່ນຄວາມງາມຂອງພະລັງຊີວິດອັນແຮງກ້າ, ເຕັມໄປດ້ວຍສີສັນທີ່ເປັນແບບທຳມະຊາດ, ພູຜາ ແລະ ປຊຊ ເຂດພູສູງ. ລະດູບານໃໝ່ໄດ້ວຽນມາໃນບ້ານກາ ແຫ່ງສະຫງົບສຸກ, ລຽບງ່າຍ ແລະ ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ມີໂສມໜ້າໃໝ່, ອີ່ມໜຳສຳລານ, ສົມບູນພູນສຸກຂຶ້ນຕາມແຕ່ລະມື້.
ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ກາ
ບ້ານກາ ມີ 90% ຈຳນວນຄອບຄົວແມ່ນຊາວເຜົ່າຢ້າວ (ພາບ: ກົງລ້ວນ/ /VOV )       ໃນໄລຍະຕໍ່ຕ້ານ, ບ້ານກາ, ເມືອງ ເຈີ້ໂດ່ນ, ແຂວງ ບັກກ້ານ ແມ່ນແຫ່ງທີ່ປະທານ ໂຮ່ຈິມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກແຕ່ວັນທີ 7 ເດືອນທັນວາ ປີ 1947 ຮອດທ້າຍເດືອນທັນວາ ປີ 1947. ວັນທີ 28 ມິຖຸນາ ປີ 1996, ກະຊວງວັດທະນະທຳ-ການສື່ສານ ຫວຽດນາມ ໄດ້ຈັດບ້ານກາ ແມ່ນເຂດມໍລະດົກປະຫວັດສາດແຫ່ງຊາດ.   ເສັ້ນທາງໄປບ້ານກາ ໄດ້ປູຢາງຢ່າງກ້ວາງຂວາງ ແລະ ສວຍງາມ, ຢູ່ລຽບຕາມຫ້ວຍນ້ຳ ແລະ ຕີນໂນນພູ. ບ້ານກາ ມີກ່ວາ 300 ຄົນຊື່ງ 100% ແມ່ນຊາວເຜົ່າຢ້າວ. ທ່ານ ບ່ານວັນເລືອງ, ຊາວບ້ານກາ ຜູ້ໜຶ່ງ ແບ່ງປັນວ່າ, ກ່ອນນີ້, ເຂດນີ້ຍັງແມ່ນເຂດດິນປູກຝັງ, ໂນນພູຫວ່າງເປົ່າ ແຕ່ປະຈຸບັນແຕ່ລະເຮັກຕາ ກໍ່ສາມາດໃຫ້ລາຍຮັບເຖິງຮ້ອຍລ້ານດົ່ງ ແລະ ເຮືອນຫຼັງໃໝ່ໃນບ້ານທີ່ໄດ້ຮັບການກໍ່ສ້າງຂຶ້ນ ກໍ່ລ້ວນແຕ່ຍ້ອນເຂດໂນນພູ, ປ່າໄມ້ນຳມາໃຫ້:    ເມື່ອກ່ອນຊີວິດການເປັນຢູ່ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍ, ປະຈຸບັນກໍ່ຕ່າງຫຼາຍແລ້ວ. ປ່າໄດ້ປູກຫຼາຍພໍສົມຄວນ, ກ່ອນນີ້ເກືອບວ່າບໍ່ມີ. ທີສອງແມ່ນການເຮັດໄຮ່ເຮັດນາ ກໍ່ຕ່າງກັບເມື່ອກ່ອນ, ປະຈຸບັນ ມີຝຸ່ນ ມີປຸ໋ຍ ຢ່າງຄົບຖ້ວນ, ມີເຕັກນິກ. ກ່ອນນີ້ບໍ່ມີໂທລະທັດ, ບໍ່ມີໂທລະສັບ. ປະຈຸບັນ, ຍ້ອນລັດແນະນຳການທຳມາຫາກິນ, ປຊຊ ມີຊີວິດການເປັນຢູ່ດີກ່ວາຫຼາຍ, ມີໄຟຟ້າໃຊ້, ມີໂຮງຮຽນ, ທາງໄປມາ…ຄົບໝົດ. ຊີວິດການເປັນຢູ່ຂອງ ປຊຊ ດີກ່ວາເມື່ອກ່ອນຫຼາຍ. ຊາວບ້ານກາເອົາເສດຖະກິດປ່າແມ່ນທິດເດີນປາຍແຫຼມ (ພາບ: ກົງລ້ວນ/ /VOV )     ໃນເວລາ 20, 30 ປີກ່ອນ, ມີບ້ານທີ່ໃຫ່ຍໂຕ ແລະ ສວຍງາມຄືແນວນີ້ ແມ່ນສິ່ງທີ່ທ່ານ ເລືອງ ແລະ ຊາວບ້ານກາ ບໍ່ກ້າຄິດເຖິງເລີຍ. ເມື່ອນັ້ນ, ຊາວບ້ານໄດ້ປູກສາລີ, ປູກເຂົ້າເປັນຫຼັກ, ພັດບໍ່ຮູ້ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຊີວິດການເປັນຢູ່ບໍ່ເປັນປົກກະຕິ, ຍາມອີ່ມຍາມຫິວ, ໂດຍສະເພາະແມ່ນຍາມເຂົ້າເກົ່າໃກ້ຈະໝົດ ແຕ່ເຂົ້າໃໝ່ບໍ່ທັນສຸກ. ການປ່ຽນແປງທີ່ແທ້ຈິງແມ່ນເລີ່ມແຕ່ເວລາທີ່ໜ່ວຍພັກບ້ານກາ ໄດ້ສ້າງມະຕິວ່າດ້ວຍການເພີ່ມທະວີການພັດທະນາກະສິກຳ, ໂດຍສຸມໃສ່ການປູກປ່າ ແລະ ລ້ຽງສັດ ໂດຍນຳໜ້າແມ່ນພະນັກງານ, ສະມາຊິກພັກ ແລະ ຜູ້ທີ່ມີອິດທິພົນຊື່ສຽງໃນບ້ານ. ມາຮອດປະຈຸບັນ, ເນື້ອທີ່ປູກປ່າຂອງບ້ານ ໄດ້ຂຶ້ນເຖິງ 400 ເຮັກຕາແລ້ວ. ດ້ວຍການຂາຍໄມ້ປ່າ, ຫຼາຍຄອບຄົວມີລາຍຮັບເຖິງຮ້ອຍລ້ານດົ່ງໃນແຕ່ລະປີ ຊື່ງຊ່ວຍໃຫ້ໂສມໜ້າບ້ານກາ ໄດ້ມີຄວາມປ່ຽນແປງຫຼາຍຢ່າງ. ທ່ານ ບ່ານວັນດຶກ, ເລຂາໜ່ວຍພັກບ້ານກາ ເລົ່າສູ່ຟັງດ້ວຍຄວາມພາກພູມໃຈວ່າ:   ກ່ອນນີ້ ບ້ານກາ ແມ່ນບ້ານເຂດຫ່າງໄກສອກຫລີກ, ປະຈຸບັນ ລັດໄດ້ລົງທຶນກໍ່ສ້າງທຸກກິດຈະກຳຄື ເສັ້ນທາງ, ສາຍໄຟຟ້າ… ປຊຊ ຫາກໍ່ ໄດ້ ສຳ ຜັດ , ບາງຄົນກໍ່ຮູ້ການໝູນໃຊ້ວິທະຍາສາດເຕັກນິກ ແລະ ເອົາໃຈໃສ່ພິເສດຕໍ່ການທຳມາຫາກິນ, ເພື່ອສະສົມໃຫ້ຊີວິດຮັ່ງ ມີ ຂຶ້ນຕື່ມ    ໃນຊຸມປີມໍ່ໆມານີ້, ບ້ານກາ ກໍ່ແມ່ນຈຸດພົ້ນເດັ່ນໃນການຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາວເຜົ່າຢ້າວ. ປີ 2021, ສະໂມສອນຮ້ອງເພງ ປ້າຢຸງ ບ້ານກາ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 20 ຄົນ. ນອກຈາກການຈັດຕັ້ງການສະແດງສິລະປະໃນໂອກາດງານບຸນຕ່າງໆຂອງບ້ານແລ້ວ, ບັນດາສະມາຊິກຂອງສະໂມສອນ ຍັງໄດ້ເຂົ້າຮ່ວມບັນດາລາຍການ, ເຫດການວັດທະນະທຳໃນເມືອງ ໃນແຂວງ; ຮຽບຮຽງເອກະສານ, ປຶ້ມບູຮານກ່ຽວກັບ ປ້າຢຸງ ເພື່ອຄົ້ນຄ້ວາກໍ່ຄືສິດສອນໃຫ້ລຸ້ນຫຼັງ.                                  ສະໂມສອນຮ້ອງເພງ ປ້າຢຸງ ບ້ານກາ ໄດ້ສະແດງບັນດາທຳນອງເພງທີ່ມ່ວນທີ່ສຸດ, ມີຄວາມໝາຍທີ່ສຸດເພື່ອຊົມເຊີຍລະດູບານໃໝ່, ຊົມເຊີຍບ້ານນາທີ່ໄດ້ຮັບການປ່ຽນແປງໃໝ່.   ທ່ານ          ຮວ່າງວັນຮີ ປະທານຄະນະກຳມະການ ປຊຊ ຕາແສງ ບິນຈຸງ ໃຫ້ຮູ້ວ່າ:     ອຳນາດການປົກຄອງທ້ອງຖິ່ນໄດ້ກຳນົດທິດພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ບ້ານກາ ຢ່າງລະອຽດ. ທີໜຶ່ງແມ່ນສະເໜີໃຫ້ຂັ້ນເທິງບູລະນະສ້ອງແປງ ຍົກລະດັບເຂດຮ່ອງຮອຍປະຫວັດສາດບ້ານກາ ເຮັດແນວໃດໃຫ້ສົມກັບເຂດຮ່ອງຮອຍປະຫວັດສາດ ລະດັບ ຊາດ. ກ່ຽວກັບການພັດທະນາເສດຖະກິດສັງຄົມ, ໄດ້ຂົນຂວາຍ, ກຳນົດທິດໃຫ້ ປຊຊ ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ ເຂົ້າໃນການຜະລິດ ແລະ ພິເສດແມ່ນພັດທະນາເສດຖະກິດປ່າ ເພື່ອຍົກສູງຊິ ວິດ ການເປັນຢູ່ຂອງ ປຊຊ.     ປະຈຸບັນ, ບ້ານກາ ເຕັມໄປດ້ວຍສີສັນລະດູບານໃໝ່ຂອງເຂດພູຜາປ່າໄມ້. ໂດຍໄດ້ເສີມຂະຫຍາຍມູນເຊື້ອການປະຕິວັດ, ຊາວເຜົ່າຢ້າວ ຢູ່ບ້ານກາ ໄດ້ກໍ່ສ້າງຊີວິດ ເພື່ອໃຫ້ບ້ານກາ ໃນທຸກວັນນີ້ ກາຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດຢູ່ເຂດປອດໄພ ເຈີ້ໂດ່ນ ໃນເມື່ອກ່ອນ./.
TAG
VOV/VOVworld/ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ກາ/ເມືອງ ເຈີ້ໂດ່ນ/ແຂວງ ບັກກ້ານ/ທ່ານ ບ່ານວັນເລືອງ/ທ່ານ ບ່ານວັນດຶກ/ສະໂມສອນຮ້ອງເພງ ປ້າຢຸງ ບ້ານກາ/ທ່ານ ຮວ່າງວັນຮີ