VOV WorldVOV World
ພະລັງຊີວິດໃໝ່ຢູ່ເມືອງເກາະ ເຈື່ອງຊາ
01/05/2025 17:00
(VOVWORLD) - ພາຍຫຼັງເວລາ 50 ປີທີ່ໄດ້ຮັບການປົດປ່ອຍ (29/4/1975-29/4/2025), ເມືອງ ເຈື່ອງຊາ (ແຂວງ ແຄັງຮວ່າ) ພວມນັບມື້ນັບໄດ້ຮັບການພັດທະນາ. ເມືອງເກາະຢູ່ເຂດທີ່ຫ່າງໄກຂອງປະເທດຊາດເຕັມໄປດ້ວຍສີຂຽວຂອງຕົ້ນໄມ້, ມີໂຮງໝໍ, ໂຮງຮຽນ, ທ່າກຳປັ່ນ… ພະນັກງານ, ນັກຮົບ ແລະ ປຊຊ ເມືອງເກາະບໍ່ພຽງແຕ່ໄດ້ສ້າງຊີວິດໃນແຕ່ລະວັນ, ຫາກຍັງຮ່ວມເດີນທາງ, ແບ່ງປັນກັບຊາວປະມົງຜູ້ທີ່ພວມອອກໄປໄກຝັ່ງ, ຕິດພັນກັບເຂດທະເລ, ໝູ່ເກາະຂອງປະເທດຊາດ.
ພະລັງຊີວິດໃໝ່ຢູ່ເມືອງເກາະ ເຈື່ອງຊາ
ຄວາມສະຫງົບຢູ່ ເຈື່ອງຊາ (ພາບ: VOV5/Vinh Phong)      ເດືອນເມສາ ແມ່ນເດືອນແຫ້ງແລ້ງທີ່ສຸດຢູ່ ເຈື່ອງຊາ ແຕ່ຕົ້ນໄມ້ໃບຫຍ້າຢູ່ທີ່ນີ້ຍັງຂຽວສົດງົດງາມ, ແຕກດອກອອກຜົນຢູ່. ເອື້ອຍ ດິງທິມີຫາວ ປຊຊ ດຳລົງຊີວິດຢູ່ຕາແສງ ຊອງຕືໄຕ ໃຫ້ຮູ້ວ່າ: ເມື່ອກ່ອນ, ນ້ຳຈືດແມ່ນຫາຍາກ ແຕ່ໃນຊຸມປີມໍ່ໆມານີ້, ລັດໄດ້ລົງທຶນເຈາະນ້ຳສ້າງ, ຊື້ເຄື່ອງກັ່ນຕອງນ້ຳທະເລເປັນນ້ຳຈືດ, ກໍ່ສ້າງອ່າງເກັບນ້ຳຝົນ, ດັ່ງນັ້ນຈຶ່ງບໍ່ມີສະພາບການຂາດນ້ຳຈືດອີກແລ້ວ:      ຄອບຄົວຂ້າພະເຈົ້າປູກຕົ້ນ ໜາກມາລະ , ຕົ້ນ ໝາກນ້ຳ , ຕົ້ນບວບໄດ້. ຢູ່ນີ້ກໍ່ມີອ່າງເກັບນ້ຳຝົນເພື່ອໃຊ້ ແລະ ຫົດ ຜັກ … ພະອາຈານໃໝ່ຍ ທິກຍ້ວນດາດ ພ້ອມກັບເດັກໆຢູ່ເທດສະບານເມືອງ ເຈື່ອງຊາ (ພາບ: VOV5/Vinh Phong)        ປະຈຸບັນ, ເມືອງເກາະ ເຈື່ອງຊາ, ແຂວງ ແຄັງຮ່ວາ ມີໂຮງຮຽນປະຖົມ 3 ແຫ່ງ, ແຕ່ລະແຫ່ງມີອາຈານ 2 ຄົນຮັບຜິດຊອບ. ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ດ້ວຍນ້ຳໃຈຮັກມັກອາຊີບ, ຮັກເດັກນ້ອຍ ແລະ ມີຄວາມຮັບຜິດຊອບ, ບັນດາຄູອາຈານໃນເກາະແຫ່ງຕ່າງໆ ໄດ້ອຸດທິສ່ວນກຳລັງແຮງໜຸ່ມແບບມິດງຽບໃຫ້ແກ່ພາລະກິດ “ສ້າງຄົນ” ໃນເຂດໝູ່ເກາະທີ່ຫ່າງໄກຂອງປະເທດຊາດ. ທ່ານ ກາວວັນຢາບ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຊອງຕືໄຕ ໃຫ້ຮູ້ວ່າ: ເມື່ອພວກນ້ອງຮຽນຈົບຊັ້ນປະຖົມ, ພວກນ້ອງຈະກັບເຂົ້າມາເຂດດິນຕໍ່ແຜ່ນເພື່ອຮຽນຕໍ່:    ຄວາມມປາດຖະໜາຂອງ ປຊຊ ແມ່ນ ຂໍໃຫ້ ມີໂຮງຮຽນມັດທະຍົມຕອນຕົ້ນໃຫ້ລູກຫຼານ ເພື່ອ ປຊຊ ອຸ່ນອຽນໃຈເຮັດວຽກ ໃນໄລຍະ ຍາວ. ຖ້າເປີດໂຮງຮຽນມັດທະຍົມຕອນຕົ້ນໄດ້, ຄວາມ ຜູກ ພັນລະຫວ່າງພໍ່ແມ່ ແລະ ພວກນ້ອງ ໆ ດີ ກ່ວາ ກໍ່ຈະເຮັດໃຫ້ ການສ້າງສາປົກປັກຮັກສາອະທິປະໄຕ ມີຄວາມໜັກແໜ້ນໝັ້ນຄົງກວ່າ . ບັນດາຕາແສງເກາະຢູ່ ເຈື່ອງຊາ ຍາມໃດກໍ່ຮ່ວມເດີນທາງກັບຊາວປະມົງ (ພາບ: VOV5/Vinh Phong)       ປະຈຸບັນ, ເມືອງເກາະ ເຈື່ອງຊາ ມີສຸກສາລາເສນາຮັກເກືອບ 10 ແຫ່ງ ແລະ ສູນການແພດແຫ່ງໜຶ່ງ ເຊິ່ງໄດ້ປະກອບເຄື່ອງຈັກ, ອຸປະກອນທີ່ທັນສະໄໝ. ຢູ່ສູນການແພດເທດສະບານເມືອງ ເຈື່ອງຊາ, ເຖິງວ່າເງື່ອນໄຂພື້ນຖານດ້ານວັດຖຸໃນເກາະຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນປີ 2024, ຖັນແຖວແພດໝໍໃນເກາະ ໄດ້ກວດພະຍາດ, ສະໜອງຢາໃຫ້ຄົນເຈັບເກືອບ 2.000 ເທື່ອຄົນ, ປິ່ນປົວສຸກເສີນໃຫ້ເກືອບ 100 ຄົນ, ຜ່າຕັດໃຫ້ 168 ຄົນ. ທ່ານໝໍ ເຢືອງມິນຈຽນ ຫົວໜ້າສຸກສາລາເກາະ ເຈື່ອງຊາ ໃຫ້ຮູ້ວ່າ:     ພວກຂ້າພະເຈົ້າຮູ້ວ່າ ເມື່ອ ຊາວປະມົງ ໄປຫາປາຢູ່ໄກຝັ່ງ, ຊາວປະມົງຈະປະສົບກັບຄວາມຫຍຸ້ງຍາກຫຼາຍ. ດັ່ງນັ້ນ ເມື່ອຊາວປະມົງເຂົ້າມານີ້ ພວກຂ້າພະເຈົ້າໄດ້ສ້າງທຸກເງື່ອນໄຂດີທີ່ສຸດເພື່ອໃຫ້ຊາວປະມົງອຸ່ນອຽນໃຈອອກໄປໄກຝັ່ງ, ຕິດພັນກັບທະເລ. ຖ້າປະສົບເຄາະຮ້າຍ, ຊາວປະມົງຈົ່ງຕິດຕໍ່ຫາພວກຂ້າພະເຈົ້າ ເພື່ອຈະສາມາດໄດ້ຮັບການປິ່ນປົວຢ່າງໄວວາ.   ປະຈຸບັນ, ບັນດາເກາະໃຫ່ຍຂອງເມືອງເກາະ ເຈື່ອງຊາ ລ້ວນແຕ່ມີອູ່ເຮືອ, ກຳປັ່ນ, ອັນໄດ້ຕອບສະໜອງຄວາມຕ້ອງການຫລີກລ້ຽງພະຍຸໃຫ້ແກ່ກຳປັ່ນ, ເຮືອຂອງຊາວປະມົງ. ທ່ານພັນເອກ 3 ດາວ ຫງວຽນເທືອງຕິນ ຫົວໜ້າຜູ້ບັນຊາການເກາະ ດາໄຕ ໃຫ້ຮູ້ວ່າ:      ພວກຂ້າພະເຈົ້າສົມທົບກັບປ້ອມປ້ອງກັນຊາຍແດນ ດາໄຕ, ສູນບໍລິການພະລາທິການອາຊີບຫາປາ… ພ້ອມດ້ວຍບັນດາຫົວໜ່ວຍອື່ນໆ ຊ່ວຍເຫຼືອຊາວປະມົງ ໃຫ້ ສາມາດຫລີກລ້ຽງພະຍຸຢູ່ ອູ່ເຮືອ , ກຳປັ່ນ. ພ້ອມກັນນັ້ນ ກໍ່ ໄດ້ສົມທົບກັນກວດ, ປິ່ນປົວ ພ ະຍາດໃຫ້ແກ່ຊາວປະມົງ. ໃນ 3 ເດືອນຕົ້ນປີ, ພວກຂ້າພະເຈົ້າໄດ້ກວດພະຍາດໃຫ້ຊາວປະມົງ 400 ເທື່ອຄົນ, ກໍລະນີ ສຸກເສີນໃຫ້ 4 ຄົນ ແລະ ສະໜອງສະບຽງອາຫານ ຈຳນວນ ຫຼາຍໃຫ້ແກ່ຊາວປະມົງ ຕື່ມອີກ .    ເມື່ອເຮືອ, ກຳປັ່ນຂອງຊາວປະມົງຖືກເປ່ເພ, ສູນບໍລິການພະລາທິການອາຊີບຫາປາ, ສັງກັດກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທະຫານ, ປຊຊ ໃນບັນດາເຂດເກາະກໍ່ຈະກອບກູ້, ນຳສົ່ງກຳປັ່ນ, ເຮືອມາສ້ອມແປງໂດຍບໍ່ເກັບຄ່າ; ພ້ອມທັງໄດ້ສະໜອງອາຫານ, ນ້ຳດື່ມ, ນ້ຳມັນ… ຕາມລາຄາຄືໃນເຂດດິນຕໍ່ແຜ່ນ. ບໍ່ພຽງແຕ່ເທົ່ານັ້ນ, ກຳລັງໃນເກາະ ຍັງເຜີຍແຜ່ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ແຈ້ງ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໃຫ້ຊາວປະມົງ. ທ່ານ ເຈິ່ນກວາງຝູ ປະທານຄະນະກຳມະການ ປຊຊ ເທດສະບານເມືອງ ເຈື່ອງຊາ ໃຫ້ຮູ້ວ່າ:      ໂດຍໄດ້ປະຕິບັດໂຄງການກອງທັບເຮືອ ປຊຊ ຫວຽດນາມ ເປັນ ບ່ອນອີງເພື່ອໃຫ້ຊາວປະມົງອອກໄປໄກຝັ່ງ, ຕິດພັນກັບທະເລນັ້ນ… ໃນຊຸມປີຜ່ານມາ, ເກາະ ເຈື່ອງຊາ ໄດ້ເຮັດວຽກງານໂຄສະນາກ່ຽວກັຍກົດໝາຍວ່າດ້ວຍສິນໃນນ້ຳເປັນຢ່າງດີ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນ IUU ໃຫ້ແກ່ຊາວປະມົງ. ປະຈຸບັນ, ເກາະເຈື່ອງຊາ ແມ່ນ “ສະຖານທີ່ແດງ” ເພື່ອໃຫ້ ປຊຊ ອຸ່ນອຽນໃຈອອກຫາປາຢູ່ໄກຝັ່ງ.      50 ປີພາຍຫຼັງໄດ້ຮັບການປົດປ່ອຍ, ເມືອງເກາະ ເຈື່ອງຊາ ພວມນັບມື້ນັບໄດ້ຮັບການພັດທະນາ, ແມ່ນບ່ອນອີງອັນໜັກແໜ້ນໃຫ້ແກ່ບັນດາຊາວປະມົງທີ່ອອກຫາປາຢູ່ໄກຝັ່ງ, ຕິດພັນກັບທະເລ:     ເວລາເຈັບເປັນ, ປຊຊ ໃນເກາະ ລ້ວນແຕ່ໄດ້ລົງສຸກສາລາເສນາຮັກ ແລະ ໄດ້ຮັບການເອົາໃຈໃສ່ເບິ່ງແຍງຢ່າງສຸດຈິດສຸດໃຈ, ລອບຄອບ ຖີ່ ຖ້ວນ.   ເມື່ອປະສົບເຄາະຮ້າຍ, ພວກຂ້າພະເຈົ້າໂທຫາພະນັກງານ, ນັກຮົບ ແລ້ວເຂົາເຈົ້າກໍ່ ລ້ວນແຕ່ ມີໜ້າ , ພາ ກຳປັ່ນ, ເຮືອ ແລະ ຄົນເຂົ້າເກາະເພື່ອປິ່ນປົວ, ສ້ອມແປງເຮືອ, ກຳປັ່ນ. ພວກຂ້າພະເຈົ້າຈະສືບຕໍ່ຫາປາໃນເຂດທະເລອະທິປະໄຕຂອງປະເທດຊາດ. ທັງຫາປາ, ທັງຕິດພັນກັບເຂດເກາະ, ພ້ອມກັບ ເຈື່ອງຊາ ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ.    ເຈື່ອງຊາ ໃນທຸກວັນນີ້ໄດ້ປ່ຽນແປງໄປຕາມແຕ່ລະວັນ… ເຂດໝູ່ເກາະ ເຈື່ອງຊາ ຈາກເກາະຊາຍທະເລສີຂາວ ໄດ້ກາຍເປັນເຂດເກາະທີ່ຂຽວສົດງົດງາມ, ເຕັມໄປດ້ວຍຮົ່ມໄມ້, ແມ່ນບ່ອນອີງທີ່ໜັກແໜ້ນໃຫ້ແກ່ຊາວປະມົງ, ອອກຫາປາຢູ່ໄກຝັ່ງ, ຕິດພັນກັບທະເລ ./.
TAG
VOV/VOVworld/ພະອາຈານໃໝ່ຍ ທິກຍ້ວນດາດ/ເທດສະບານເມືອງ ເຈື່ອງຊາ/ເມືອງເກາະ ເຈື່ອງຊາ/ທ່ານພັນເອກ 3 ດາວ ຫງວຽນເທືອງຕິນ ຫົວໜ້າຜູ້ບັນຊາການເກາະ ດາໄຕ/ທ່ານໝໍ ເຢືອງມິນຈຽນ ຫົວໜ້າສຸກສາລາເກາະ ເຈື່ອງຊາ/ທ່ານ ກາວວັນຢາບ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຊອງຕືໄຕ/ເອື້ອຍ ດິງທິມີຫາວ/ພະລັງຊີວິດໃໝ່ຢູ່ເມືອງເກາະ ເຈື່ອງຊາ