ຊາວຫນຸ່ມຫລາຍຄົນກັບຄືນມາກັບອາຊີບເຮັດກະສິກຳປອດສານພິດ
05/02/2021 09:02
(VOVWORLD) -ອາຊີບເຮັດກະສິກຳແມ່ນຫຍຸ້ງຍາກລຳບາກຕະຫລອດປີ. ສະນັ້ນ ໃນຕະຫລອດໄລຍະຍາວ ມີຊາວກະສິກອນຫລາຍຄົນຄິດວ່າ ຕ້ອງພະຍາຍາມໃຫ້ລູກຫລານໄປຮຽນເພື່ອຫລຸດພົ້ນອອກຈາກການເຮັດໄຮ່ໄຖນາ ຈຶ່ງສ້າງຄວາມເຮັ່ງມີໃຫ້ຄອບຄົວໄດ້. ແຕ່ໃນຊ່ວງເວລາ 5 ປີມານີ້ ມີກະແສຟອງກົມກັນຂ້າມ: ຊາວຫນຸ່ມຫລາຍຄົນໄດ້ກັບຄືນມາເລີ່ມອາຊີບດ້ວຍການເຮັດກະສິກຳ ແລະ ມີຫລາຍຮູບແບບເຮັດກະສິກຳໄດ້ປະສົບຜົນສຳເລັດ.

ໃນຊຸມປີມໍ່ໆມານີ້ ມີຫລາຍຮູບແບບ Start up ແມ່ນເລີ່ມມາຈາກການເຮັດກະສິກຳ ໂດຍໄດ້ຮັບການຕີລາຄາສູງ ແລະ ຍາດໄດ້ຫລາຍລາງວັນຢູ່ບັນດາການແຂ່ງຂັນ Start up. ຫນຶ່ງໃນບັນດາຮູບແບບນັ້ນ ມີຮູບການຜະລິດຜົງຜັກອົບເຢັນ (ຜ່ານຂະບວນການອົບດ້ວຍອຸນຫະພູມຕຳ່) ເຄື່ອງໝາຍ ກວ໋າງແທງ ຂອງ ຫງວຽນງອກເຮືອງ. ເຖິງວ່າ ຮຽນຈົບມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ກໍຕາມ ແຕ່ນາງສາວເກີດປີ 1989 ນີ້ ພັດຕັດສິນໃຈກັບຄືນມາເຮັດກະສິກຳ ແລະ ປະເພດຜັກຕົ້ນຕໍຊື່ງນາງໄດ້ເລືອກເຟັ້ນແມ່ນຜັກຫນອກ - ຜັກບໍ່ມີມູນຄ່າສູງ. ແຕ່ວ່າ ນາງເຮືອງ ມີຄວາມເຊື່ອໝັ້ນວ່າ ດ້ວຍວິທີໝູນໃຊ້ເຕັກໂນໂລຊີສູງ, ນາງຈະຍົກສູງມູນຄ່າໃຫ້ຜັກປະເພດນີ້ໄດ້. ໂດຍມີຄວາມຄິດຄືແນວນັ້ນ ນາງໄດ້ປະລະວຽກງານໃນຫ້ອງການເພື່ອກັບຄືນມາ ກູ໋ຈີ ເຊົ່າທີ່ດິນ, ຈ້າງຄົນປູກຜັກຫນອກ ແລະ ເລີ່ມຄົ້ນຄ້ວາ, ປຸ່ງແຕ່ງຜົງຜັກ. “ ໂດຍແມ່ນຜູ້ຍິງຄົນຫນຶ່ງທີ່ເມົາມົວສຸດຈິດສຸດໃຈຕໍ່ຂົງເຂດກະສິກຳ , ຊຶ່ງແມ່ນຂົງເຂດມີຄວາມສ່ຽງຫລາຍ ສະນັ້ນ ຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ . ທີຫນຶ່ງ ແມ່ນກໍ່ສ້າງຟາມ ແລ້ວຕ້ອງຄົ້ນຄ້ວາ ຕ້ອງມີຫົວຄິດປະດິດສ້າງ , ຊອກຫາວິທີທາງ ເພື່ອເຮັດແນວໃດຈະຜະລິດຜົງຜັກເພື່ອແທນໃຫ້ຜັກສົດໄດ້ .”
TAG
VOV/VOVworld/ກະສິກຳ/ຜັກນອກ/Start up
Related






