ຊາວກະສິກອນຢູ່ ຮ່າເລົາ ສ້າງຄວາມຮັ່ງມີຈາກການລ້ຽງໄກ່ ຕຽນອຽນ
22/12/2023 07:57
(VOVWORLD) - ປະຈຸບັນ, ຕາແສງ ຮ່າເລົາ ບໍ່ແມ່ນຕາແສງທຸກຍາກຂອງເມືອງ ຕຽນອຽນ, ແຂວງ ກວາງນິງ ອີກແລ້ວ. ຍ້ອນໄດ້ປ່ຽນໃໝ່ວີທີການລ້ຽງສັດ, ໂດຍສຸມໃສ່ສ້າງຜະລິດຕະພັນພິເສດສະເພາະຂອງທ້ຽງຖິ່ນ ນັ້ນແມ່ນການລ້ຽງໄກ່ ຕຽນອຽນ, ຊີວິດການເປັນຢູ່ຂອງ ປຊຊ ຕາແສງ ຮ່າເລົາ ນັບມື້ນັບໄດ້ຮັບການພັດທະນາ, ມີຄວາມອີ່ມໜຳສຳລານ.

( ພາບ: Tuan Anh) ພ້ອມກັບການພັດທະນາປ່າໄມ້, ຕາແສງ ຮ່າເລົາ, ເມືອງ ຕຽນອຽນ, ແຂວງ ກວາງນິງ ໄດ້ຍູ້ແຮງການພັດທະນາຮູບແບບລ້ຽງໄກ່ ຕຽນອຽນ ຊື່ງແມ່ນ 1 ໃນບັນດາອາຫານພິເສດຂອງທ້ອງຖິ່ນ ດ້ວຍຂອບຂະໜາດກ່ວາ 100.000 ໂຕ/ປີ. ໄກ່ ຕຽນອຽນ ແມ່ນແນວພັນໄກ່ຂອງທ້ອງຖິ່ນ ໄດ້ລ້ຽງແບບປ່ອຍຢູ່ສວນ, ດັ່ງນັ້ນ ຊີ້ນຫອມແຊບດີ. ອ້າຍ ເຈິ່ນວັນຮວານ, ຊາວເຜົ່າໄຕ ຢູ່ ຕາແສງ ຮ່າເລົາ ໃຫ້ຮູ້ວ່າ: ນັບແຕ່ປີ 2014, ອ້າຍໄດ້ລ້ຽງທົດລອງ 1.000 ໂຕ ແລະ ມາຮອດປະຈຸບັນ, ແຕ່ລະປີ, ຄອບຄົວອ້າຍຂາຍໄກ່ໄດ້ສະເລ່ຍປະມານ 5000 ໂຕ. ໂດຍໄດ້ຮັບກຳໄລຫຼາຍຈາກການລ້ຽງໄກ່ນັ້ນ, ອ້າຍ ຮວານ ໄດ້ຕັ້ງໜ້າເຜີຍແຜ່ບົດຮຽນໃຫ້ ປຊຊ ທ້ອງຖິ່ນ ດ້ວຍຄວາມປາດຖະໜາຢາກໃຫ້ເຄື່ອງໝາຍການຄ້າຂອງ ໄກ່ ຕຽນອຽນ ມີຊື່ງສຽງທັງຢູ່ ກວາງນິງ ກໍ່ຄືຢູ່ທ້ອງຖິ່ນອື່ນໆ ແລະ ສົ່ງອອກໄປຍັງຕ່າງປະເທດອີກດ້ວຍ, ນຳມາເຊິ່ງໂອກາດສ້າງຄວາມຮັ່ງມີໃຫ້ແກ່ ປຊຊ ຢູ່ ຕາແສງ ຮ່າເລົາ. ບໍ່ພຽງແຕ່ໄດ້ໂຄສະນາ, ຂົນຂວາຍເທົ່ານັ້ນ, ຍາມໃດ, ອ້າຍ ຮວານ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ, ແນະນຳ ປຊຊ ທັງດ້ານທຶນຮອນ, ບົດຮຽນໃນການປ້ອງກັນ, ສະກັດກັ້ນພະຍາດໃຫ້ໄກ່ອີກດ້ວຍ. ປຊຊ ຫຼາຍຄົນໄດ້ຮ່ຳຮຽນເອົາຮູບແບບຂອງອ້າຍ ຮວານ ແລະ ສາມາດຫລຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີແບບຍືນຍົງ. ອ້າຍ ເຈິ່ນວັນຮວານ ໃຫ້ຮູ້ວ່າ: ເມື່ອ ຂ້າ ພະ ເຈົ້າ ເລີ່ມ ດຳ ເນີນ ທຸ ລະ ກິດ , ເສດ ຖະ ກິດ ຂອງຄອບ ຄົວ ຂ້າ ພະ ເຈົ້າ ກໍ່ ປະ ສົບ ກັບ ຄວາມ ຫຍຸ້ ງ ຍາກຫຼາຍ ຢ່າງ . ຈາກ ສອງ ຝ າມື ເປົ່າ , ແຕ່ ດຽວນີ້ , ຂ້າ ພະ ເຈົ້າ ສາ ມາດ ຊື້ ລົດ ໂອ ໂຕ ໄດ້ ເພື່ອ ຮ ັບໃຊ້ ວຽກ ງານ ຊື້ ຂາຍ ໄກ່ . ພາຍຫຼັງ ໄດ້ ລ້ຽງ ໄກ່ ກໍ່ ເຫັນ ວ່າ ໂຕ ໄກ່ ໄດ້ ນຳ ມາ ເຊິ່ງ ປະ ສິດ ທິ ຜົນ ດ້ານ ເສດ ຖະ ກິດ ທີ່ ສູງ . ແຕ່ ລະ ປີກໍ່ ໄດ້ ຮັບ ກຳ ໄລ ແຕ່ 150-200 ລ້ານ ດົ່ງ ( ປະ ມານ 6 . 000-80 . 00 USD). ( ພາບ: Tuan Anh) ປີ 2014, ຕາແສງ ຮ່າເລົາ ມີຄອບຄົວທຸກຍາກກ່ວາ 70%... ນັບແຕ່ໄດ້ເລີ່ມພັດທະນາອາຊີບລ້ຽງໄກ່, ໃນບໍລິເວນຕາແສງ, ຄອບຄົວທຸກຍາກຍັງເຫຼືອພຽງແຕ່ 14.5% ເທົ່ານັ້ນ. ໂສມໜ້າຊົນນະບົດຂອງ ຕາແສງ ຮ່າເລົາ ນັບມື້ນັບໄດ້ຮັບການປ່ຽນແປງໃໝ່, ເຮືອນຫຼາຍຊັ້ນໄດ້ກໍ່ສ້າງຂຶ້ນນັບມື້ນັບຫຼາຍ, ເສັ້ນທາງຄົມມະນາຄົມໄດ້ປູດ້ວຍເບຕົງ, ສ້າງຄວາມສະດວກໃນການໄປມາ, ແລກປ່ຽນຄ້າຂາຍໃຫ້ແກ່ ປຊຊ… ແຕ່ປີ 2016, ຄອບຄົວອ້າຍ ຕັງຮິງວິງ, ຊາວເຜົ່າຢ້າວ, ຢູ່ ຕາແສງ ຮ່າເລົາ ໄດ້ລ້ຽງໄກ່ດ້ວຍປະມານ 5.000ໂຕ/ປີ ແລະ ລາຍຮັບຈາກການລ້ຽງໄກ່ ໄດ້ຊ່ວຍອ້າຍປົວແປງຊີວິດການເປັນຢູ່, ລົງທຶນໃຫ້ລູກໄປຮ່ຳຮຽນ. ອ້າຍ ຕັງຮິງວິງ ແບ່ງປັນວ່າ: ການ ຈຳ ໜ່າຍໄກ່ ຕຽນ ອຽນ ງ່າຍ ກ່ ວາ ເມ ື່ອ ທຽບກັບ ແນວ ພັນໄກ່ ອື່ນໆ . ເມື່ອ ຮອດ ເວ ລາ ຂາຍ , ກໍ່ ພຽງ ແຕ່ ໃນ ເວ ລາ 1, 2 ອາ ທິດ ແມ່ນ ສາ ມາດຂາຍ ໄດ້ ໝົດ ແລ້ວ , ທັງ ຂາຍ ຍົກ ແລະ ຂາຍ ຍ່ອຍ . ໄກ່ ຕຽນ ອຽນ ມີ ເຄື່ອງ ໝາຍ ການຄ້າ ແລ້ວ , ຫຼາຍ ຄົນ ໄດ້ ຊອກ ຊື້ , ປ ຊ ຊ ບໍ່ ຕ້ອງຫ່ວງ ການ ຈຳ ໜ່າຍ . ຫຼາຍ ຄອບ ຄົວ ທີ່ຫາກໍ່ ລ້ຽງ ໃໝ່ ກໍ່ ສາ ມາດ ຈຳ ໜ່າຍ ໄດ້ ຢ່າງວ່ອງໄວ . ໃນເບື້ອງຕົ້ນມີພຽງ 2, 3 ຄອບຄົວໄດ້ລ້ຽງໄກ່ດ້ວຍຂອບຂະໜາດນ້ອຍ, ແຕ່ປະຈຸບັນ, ຮ່າເລົາ ແມ່ນຕາແສງ ມີຊື່ງສຽງໃນການລ້ຽງໄກ່ຢູ່ເມືອງ ຕຽນອຽນ. ອຳນາດການປົກຄອງຕາແສງ ໄດ້ເຊື່ອມຕໍ່ຊາວກະສິກອນ ກັບວິສາຫະກິດ, ທະນາຄານ ເພື່ອແນໃສ່ຊ່ວຍໃຫ້ຜູ້ລ້ຽງໄກ່ມີແຫຼ່ງທຶນເປັນປົກກະຕິ. ພ້ອມກັນນັ້ນ, ຜູ້ລ້ຽງໄກ່ຢູ່ ຮ່າເລົາ ຍັງໄດ້ຮັບການໜູນຊ່ວຍດ້ານວຽກງານສັດຕະວະແພດ, ກັກກັນພະຍາດອີກດ້ວຍ. ອຳນາດການປົກຄອງໄດ້ຮ່ວມເດີນທາງພ້ອມກັບ ປຊຊ ຈາກຂອດຜະລິດ, ຄຸ້ມຄອງຟາມ ຕະຫຼອດຮອດການຈຳໜ່າຍຜະລິດຕະພັນ ດ້ວຍຈຸດໝາຍຮັກສາ ແລະ ພັດທະນາແນວພັນໄກ່ ຕຽນອຽນ ດ້ວຍຂອບຂະໜາດໃຫ່ຍ. ທ່ານ ຫງວຽນແທັງຕຸ່ງ, ຮັກສາການປະທານຄະນະກຳມະການ ປຊຊ ຕາແສງ ຮ່າເລົ່າ ໃຫ້ຮູ້ວ່າ: ທາ ງຄ ະ ນະ ກຳ ມະ ການ ປ ຊ ຊ ຕາ ແສງໄດ້ ປະ ກາດ ໃຊ້ ມະ ຕິ , ແຜນ ການ ຜັນ ຂະ ຫຍາຍ ລົງ ຮອດ ບັນ ດາ ບ້ານ , ຄອບ ຄົວ , ສົມ ທົບ ກັບ ບັນ ດາ ໝູ່ ຄະ ນະ , ໂຄ ສະ ນາ , ຂົນ ຂວາຍ . ມາ ຮອດ ປະ ຈຸ ບັນ , ມີ ກ່ ວາ 80 ຄອບ ຄົວ ຊາວ ກະ ສິ ກຳ ໄດ້ ລ້ຽງ ໄກ່ ຕຽນ ອຽນ ຢູ່ ຟາມ ດ້ວຍ ປະ ມານ ແຕ່ 500 ຫາ 5 . 000 ໂຕ / ປີ . ທາງ ຕາ ແສງ ໄດ້ ຕິດ ຕໍ່ ກັບ ບັນ ດາ ຂົວ ຕໍ່ ຢູ່ຕະຫຼາດ ຕຽ ນ ອຽນ , ບິ່ງ ລຽວ ແລະ ຕະຫຼາດ ຈຳ ນວນ ໜຶ່ງ ເຂດ ດິງ ເລີບ , ນະ ຄອນ ລ້າງ ເຊີນ … ເພື່ອ ໃຫ້ ບັນ ດາ ຄອ ບ ຄົວ ລ້ຽງ ໄກ່ ເຊື່ອມ ຕໍ່ ຈຳ ໜ່າຍ ຜະ ລິດ ຕະ ພັນ ໄກ ່ ຕຽນ ອຽນ . ໄກ່ ຕຽນອຽນ ໄດ້ຮັບການກຳນົດວ່າ ແມ່ນໜຶ່ງໃນບັນດາຜະລິດຕະພັນພິເສດສະເພາະຂອງເມືອງ ຕຽນອຽນ ແລະ ແຂວງ ກວາງນິງ. ອາຊີບລ້ຽງໄກ່ຕຽນອຽນ ພວມນັບມື້ນັບໄດ້ຮັບການພັດທະນາ, ຊ່ວຍ ປຊຊ ບັນດາເຜົ່າຢູ່ທີ່ນີ້ ສາມາດລົບລ້າງຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ./.
TAG
VOV/VOVworld/ຮ່າເລົາ . ໄກ່ ຕຽນອຽນ/ອ້າຍ ເຈິ່ນວັນຮວານ/ອ້າຍ ຕັງຮິງວິງ/ທ່ານ ຫງວຽນແທັງຕຸ່ງ/ແຂວງ ກວາງນິງ
Related





