VOV WorldVOV World
ຊາວ​ຊົນ​ເຜົ່າ ບາ​ນາ ຢູ່ ແຂວງ ກອນ​ຕູມ ຕັ້ງ​ຫ​ນ້າກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່
19/02/2021 07:30
(VOVWORLD) -ພາຍຫລັງ 10 ປີມານະພະຍາຍາມກໍ່ສ້າງຊົນນະບົດໃຫມ່, ໂສມຫນ້າ ຕາແສງ ດັກເຣີວາ ນະຄອນ ກອນຕູມ ແຂວງ ກອນຕູມ ແມ່ນສະຖານທີ່ມີຊາວເຜົ່າ ບານາ ດຳລົງຊີວິດເປັນຈຳນວນຫລວງຫລາຍ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ເສັ້ນທາງຄົມມະນາຄົມຫລາຍສາຍໄດ້ຮັບການປູດ້ວຍເບຕົງ ຫລື ປູຢາງ. ມີຫລາຍກິດຈະກຳສະຫວັດດີການຄື: ສຸກສາລາ, ໂຮງຮຽນ, ຫໍປະຊຸມບ້ານ, ຕະຫລາດ; ບັນດາກິດຈະກຳຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນຄື: ເຮືອນຢູ່, ເຮືອນຮ້ານ, ເຮືອນຣົງ ໄດ້ຮັບການກໍ່ສ້າງໃຫມ່ ຫລື ບູລະນະສ້ອມແປງໃຫ້ສວຍງາມ. ສວນກາເຟ, ຕົ້ນ Litsea, ສາລີ, ມັນຕົ້ນ... ທີ່ກວ້າງໃຫຍ່ ກໍ່ພວມເຕີບໂຕຂຽວດີ.
ຊາວ​ຊົນ​ເຜົ່າ ບາ​ນາ ຢູ່ ແຂວງ ກອນ​ຕູມ ຕັ້ງ​ຫ​ນ້າກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່
ດັກເຣີວາ ນະຄອນ ກອນຕູມ ແມ່ນຕາແສງ ມີຊາວເຜົ່າສ່ວນຫນ້ອຍ ບານາ ດຳລົງຊີວິດເປັນຈຳນວນຫລວງຫລາຍ. ທົ່ວຕາແສງ ມີ 5 ຄຸ້ມບ້ານ ດ້ວຍ 860 ຄອບຄົວ, ມີຊາວເຜົ່າບານາ ກວ່າ 2.600 ຄົນດຳລົງຊີວິດ. ຊຸມປີກ່ອນນີ້ ຊີວິດການເປັນຢູ່ຂອງປະຊາຊົນ ສ່ວນຫລາຍແມ່ນອີງໃສ່ການປູກ ເຂົ້າ, ສາລີ, ມັນຕົ້ນ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດບໍ່ສູງ, ອັດຕາຄອບຄົວທຸກຍາກແມ່ນຢູ່ໃນລະດັບສູງ. ເຖິງຢ່າງໃດກໍຕາມ ໂສມຫນ້າຊົນນະບົດກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນໃນຕາແສງ ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດເທື່ອລະກ້າວ ນັບແຕ່ເມື່ອ ທ້ອງຖິ່ນນີ້ ເລີ່ມຕົ້ນຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃຫມ່.
TAG
VOV/VOVworld/ດັກເຣີວາ/ກອນ​ຕູມ/ຊົນ​ນະ​ບົດ​ໃໝ່/ຊາວ​ຊົນ​ເຜົ່າ ບາ​ນາ