VOV WorldVOV World
ຊາວເຜົ່າຈຳຢູ່ແຂວງ ດົ່ງນາຍ ກໍ່ສ້າງຊົນນະບົດໃໝ່
21/12/2012 07:21
ພາຍຫຼັງກວ່າ 2 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ ຊວນ​ຮຶງ, ເມືອງ ຊວນ​ໂລກ, ແຂວງ ດົ່ງ​ນາຍ ສາ​ມາດ​ບັນ​ລຸ​ໄດ້ 5/19 ມາດ​ຖານ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.
ຊາວເຜົ່າຈຳຢູ່ແຂວງ ດົ່ງນາຍ ກໍ່ສ້າງຊົນນະບົດໃໝ່
(vovworld) - ພາຍຫຼັງກວ່າ 2 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ ຊວນ​ຮຶງ, ເມືອງ ຊວນ​ໂລກ, ແຂວງ ດົ່ງ​ນາຍ ສາ​ມາດ​ບັນ​ລຸ​ໄດ້ 5/19 ມາດ​ຖານ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ອາດ​ເວົ້າ​ໄດ້​ວ່າ, ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ ຊວນ​ຮຶງ ໄດ້​ກ້າວ​ເຂົ້າ​ສູ່​ແນວ​ຄິດ, ວິ​ທີ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ, ພະ​ນັກ​ງານ​ແຕ່​ລະ​ຄົນ, ພິ​ເສດ​ແມ່ນ​ປະ​ຊາ​ຄົມ​ຊາວ​ເຜົ່າຈຳ ​ພາກ​ສ່ວນ​ໜຶ່ງຢູ່​ທີ່ນີ້. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ຊາວ​ທ້ອງ​ຖີ່ນ​ ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ປະ​ກອບ​ສ່ວນ​ປ່ຽນ​ໃໝ່​ໂສມ​ໜ້າ​ຂອງ​ແຕ່​ລະ​ໝູ່​ບ້ານ​ໃນ​ຕາ​ແສງ ຊວນ​ຮືງ.
TAG
ເຜົ່າຈຳ ຊົນນະບົດໃໝ່

More