ຫວຽດນາມ ແລະ ຈີນ ສະແດງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ລະດັບສູງ
23/04/2026 11:55
[VOVWORLD] - 2 ຝ່າຍສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ປາດຖະໜາຢາກນຳການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່.

Người phát ngôn Bộ Ngoại giao Phạm Thu Hằng. Ảnh: Bộ Ngoại giao ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ) ຕອນບ່າຍວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດຂອງບັນດານັກຂ່າວກ່ຽວກັບໝາກຜົນພົ້ນເດັ່ນໃນການຢ້ຽມຢາມ ຈີນ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ. ຕາມນັ້ນແລ້ວ, ການຢ້ຽມຢາມທາງລັດຖະກິດ ສປ.ຈີນ ແຕ່ວັນທີ 14 – 17 ເມສາ ແມ່ນການເດີນທາງໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍຫຼັງບູລະນະຕຳແໜ່ງການນຳ. ກ່ຽວກັບດ້ານການເມືອງ, 2 ຝ່າຍສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ປາດຖະໜາຢາກນຳການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່. ເນື່ອງໃນໂອກາດນີ້, ມີເອກະສານການຮ່ວມມື 32 ສະບັບໃນຫຼາຍຂົງເຂດໄດ້ຮັບການລົງນາມ. ກ່ຽວກັບການພົບປະແລກປ່ຽນປະຊາຊົນ, ການນຳ 2 ທ່ານໄດ້ອອກຖະແຫຼງການເລີ່ມເປີດປີຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ຈີນ 2026 – 2027.
TAG
VOV/VOVWORLD/ຂົງເຂດ/ລົງນາມ/ພົບປະ/ແລກປ່ຽນ
Related
More




