ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia
23/04/2026 11:46
[VOVWORLD] - ວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Margus Tsahkna, ລັດຖະມົນຕີການຕ່າງປະເທດ Estonia.

19-_bo_truong_anh_2.jpg ການພົບປະສົນທະນາ (ພາບ: baoquocte.vn) ຢູ່ທີ່ນີ້, ລັດຖະມົນຕີ 2 ທ່ານລ້ວນແຕ່ເຫັນດີໂດຍຖືວ່າ ຫວຽດນາມ ແລະ Estonia ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ. ໃນຂົງເຂດເສດຖະກິດ, ການຄ້າ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດຂອງ 2 ປະເທດ, ສົ່ງເສີມວິສາຫະກິດຊອກຮູ້ຕະຫຼາດຂອງກັນ, ແລກປ່ຽນຂໍ້ມູນ, ຊອກຫາໂອກາດລົງທຶນ ແລະ ຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ຄູ່ຮ່ວມມື ແລະ ເປີດກວ້າງການຮ່ວມມືໃນບັນດາຂະແໜງການໃຫ້ໝາະສົມກັບທ່າອ່ຽງພັດທະນາໃໝ່. ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ຝ່າຍ Estonia ຕັ້ງໜ້າໜູນຊ່ວຍ, ຊຸກຍູ້ບັນດາປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ ໂດຍໄວ. 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີ ສະຫະປະຊາຊາດ, ອາຊຽນ - ອີຢູ… ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ແຕ່ລະພາກພື້ນ ແລະ ໃນໂລກ.
TAG
VOV/VOVWORLD/ເຄື່ອນໄຫວ/ສົ່ງເສີມ/ການຄ້າ/ເຊື່ອມຕໍ່
Related
More




