ສະພາແຫ່ງຊາດ ຫວຽດນາມ - ສ.ເກົາຫຼີ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ
23/04/2026 11:53
[VOVWORLD] - ຕອນທ່ຽງວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.

23_23-4_am-sang_quoc_hoi_anh_1.jpeg ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ຢູ່ທີ່ນີ້, 2 ຝ່າຍໄດ້ຕີລາຄາສູງການພົວພັນຢ່າງສະໜິດແໜ້ນລະຫວ່າງ ສະພາແຫ່ງຊາດ 2 ປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ສ.ເກົາຫຼີ; ເຫັນດີເປັນກະພາບສືບຕໍ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດເລິກເຊິ່ງຂຶ້ນຕື່ມ ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກຳມາທິການວິຊາສະເພາະ, ຊຸກຍູ້ບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ… ທ່ານປະທານາທິບໍດີ Lee Jae Myung ໃຫ້ຮູ້ວ່າ ຈະພິຈາລະນາບັນດາມາດຕະການຫັນລະບຽບການສະໜອງວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ ເປັນງ່າຍດາຍ; ພ້ອມກັນນັ້ນ, ກໍ່ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ໜູນຊ່ວຍ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ, ກໍຄືບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມລົງທຶນ, ເຄື່ອນໄຫວຢູ່ ຫວຽດນາມ.
TAG
VOV/VOVWORLD/ສະພາ/ແຫ່ງຊາດ/ໜູນຊ່ວຍ. ເງື່ອນໄຂ
Related
More




