ຊອກຈັງ: ປະສິດທິຜົນຈາກໂຄງການ “ຫນຶ່ງຕາແສງຫນຶ່ງຜະລິດຕະພັນ” (OCOP)
26/02/2021 09:00
(VOVWORLD) -ຊອກຈັງ ແມ່ນຫນຶ່ງໃນບັນດາແຂວງມີໂຄງການ (OCOP) ພັດທະນາຢ່າງແຮງ ດ້ວຍຈຳນວນຜະລິດຕະພັນໄດ້ຮັບຫນັງສືຢັ້ງຢືນ OCOP ໃນກຸ່ມແຖວຫນ້າຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ບັນດາຜະລິດຕະພັນ OCOP ຢູ່ ຊອກຈັງ ໄດ້ຮັບການຕີລາຄາວ່າມີຄຸນນະພາບສູງ ເປັນຫລາຍຮູບຫລາຍແບບ. ພິເສດ ບັນດາຜະລິດຕະພັນ OCOP ໄດ້ຮັບການເຊື່ອມຕໍ່ລະຫວ່າງການສະຫນອງ ແລະ ຄວາມຕ້ອງການ, ສົ່ງເສີມການຄ້າ, ແນະນຳໂຄສະນາໄປທົ່ວທຸກຕະຫລາດພາຍໃນປະເທດ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດຂອງບັນດາວິສາຫະກິດ, ສ້າງທ່າແກ້ງແຍ້ງໃຫ້ບັນດາຜະລິດຕະພັນ.

ບໍລິສັດ ເກີ໋ມທ່ຽວ ຈຳກັດ ຢູ່ ເທດສະບານ ຫງ໋ານຳ ຜະລິດ ແລະ ປຸງແຕ່ງສະເພາະບັນດາຜະລິດຕະພັນຈາກຕົ້ນ Soursop (ຫມາກຂຽບຝະລັ່ງ) ແມ່ນຫນຶ່ງໃນຈຳນວນ 52 ວິສາຫະກິດ, ສະຫະກອນ ແລະ ຄອບຄົວດຳເນີນທຸລະກິດ ຢູ່ ແຂວງ ຊອກຈັງ ທີ່ໄດ້ຮັບຫນັງສືຢັ້ງຢືນ OCOP. ເພື່ອໃຫ້ມີຜະລິດຕະພັນດີ ບໍລິສັດໄດ້ລົງທຶນພື້ນຖານດ້ານວັດຖຸຕອບສະຫນອງບັນດາມາດຕະຖານຄຸນນະພາບ ແລະ ຜະລິດ ຜະລິດຕະພັນກະເສດ ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ນອກນັ້ນ ບໍລິສັດ ຍັງກໍ່ສ້າງ ແລະ ນຳໃຊ້ແຫລ່ງວັດຖຸດິບ ຮັບປະກັນການປູກຕາມຂັ້ນຕອນຂອງ VietGAP. ປະຈຸບັນ ບັນດາຜະລິດຕະພັນຂອງບໍລິສັດ ລວມມີ ຊາ Soursop (ຊາຫມາກຂຽບຝະລັ່ງ) ລົດຊາດຫອມ,... ລ້ວນແຕ່ໄດ້ຈັດເຂົ້າຜະລິດຕະພັນບັນລຸມາດຕະຖານ OCOP 4 ດາວ. ເປັນຫນ້າສົນໃຈ ບັນດາຜະລິດຕະພັນ ຊາ Soursop (ຊາຫມາກຂຽບຝະລັ່ງ) ຂອງບໍລິສັດ ປະຈຸບັນ ໄດ້ນຳມາຂາຍຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ ແລະ ໄດ້ນຳເຂົ້າບາງຮ້ານຊັບພະສິນຄ້າ. ຜ່ານການພັດທະນາ OCOP, ບໍລິສັດໄດ້ຮ່ວມສຳພັນ ຈຳຫນ່າຍຜະລິດຕະພັນ ຮັບປະກັນສົ້ນອອກໃຫ້ແກ່ບັນດາຄອບຄົວປູກຕົ້ນ Soursop (ຫມາກຂຽບຝະລັ່ງ) ຢູ່ ທ້ອງຖິ່ນ ແກ້ໄຂວຽກເຮັດງານທຳໃຫ້ຄົນງານຫລາຍຄົນ.
TAG
VOV/VOVworld/OCOP/ໍຊອກຈັງ/ຫນຶ່ງຕາແສງຫນຶ່ງຜະລິດຕະພັນ
Related






