VOV WorldVOV World
ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້
14/05/2019 07:37
(VOVWORLD) -ເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ ລວມມີ 8 ແຂວງນະຄອນຄື: ນະຄອນໂຮ່ຈິມິນ, ບິນເຢືອງ, ດົ່ງນາຍ, ບ່າເຣັ້ຍວຸ້ງເຕົາ, ບິນເຟືອກ, ໄຕນິງ, ລອງອານ ແລະ ຕຽນຢາງ. ໃນໄລຍະທີ່ຜ່ານມາ, ຍາມໃດ ເຂດເສດຖະກິດຈຸດສຸມທາງພາກໃຕ້ ກໍ່ໄດ້ຢັ້ງຢືນບົດບາດນຳໜ້າດ້ານເສດຖະກິດຂອງທົ່ວປະເທດ. ສຸມທຸກແຫຼ່ງກຳລັງເພື່ອພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ຈະສ້າງທ່ວງທ່າໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ນີ້ກໍ່ແມ່ນເນື້ອໃນສຳຄັນທີ່ກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ທີ່ຫາກໍ່ຈັດຂຶ້ນຢູ່ແຂວງດົ່ງນາຍ.
ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້
(ກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້. ພາບ: TTXVN)     ເລື່ອງທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດານັກຊ່ຽວຊານດ້ານເສດຖະກິດ, ການນຳ 8 ແຂວງນະຄອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ເຂົ້າຮ່ວມກອງປະຊຸມ ສະແດງໃຫ້ເຫັນວ່າລັດຖະບານໄດ້ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດ ແລະ ທີ່ຕັ້ງສຳຄັນຂອງເຂດເສດຖະກິດຈຸດສຸມທາງພາກໃຕ້ທີ່ມີຕໍ່ການພັດທະນາເສດຖະກິດສັງຄົມຂອງທົ່ວປະເທດ. ຂ່າວຈາກກອງປະຊຸມໃຫ້ຮູ້ວ່າ: ເຂດເສດຖະກິດຈຸດສຸມທາງພາກໃຕ້ ຍາມໃດກໍ່ແມ່ນເຂດເສດຖະກິດຂະຫຍັນຂັນເຄື່ອນອັນດັບໜຶ່ງຂອງປະເທດ. ປີ 2018, ເສດຖະກິດຂອງເຂດໄດ້ປະກອບສ່ວນກ່ວາ 45%   GDP ຂອງທົ່ວປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຕ້ອງມີມາດຕະການຕື່ມອີກເພື່ອສ້າງການພັດທະນາບຸກທະລຸ. ບັນດາຜູ້ແທນກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໄດ້ຍົກອອກບັນດາຂໍ້ສະເໜີ, ມາດຕະການເພື່ອແນໃສ່ສ້າງທ່ວງທ່າໃຫ້ເຂດເສດຖະກິດຈຸດສຸມທາງພາກໃຕ້ພັດທະນາ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ທ່ານຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມີນ ຊື່ງແມ່ນທ້ອງຖິ່ນນຳໜ້າໃນການພັດທະນາ ເຂດເສດຖະກິດຈຸດສຸມທາງພາກໃຕ້ ໄດ້ເນັ້ນໜັກເຖິງພື້ນຖານດ້ານກົດໝາຍຂອງເຂດບໍ່ທັນໄດ້ຮັບການສ້າງໃຫ້ສົມບູນແບບ. ຂາດກົນໄກປະສານງານເຂດທີ່ມີປະສິດທິຜົນ, ພື້ນຖານໂຄງລ່າງບໍຄົບຊຸດ, ຂາດຂໍ້ມູນຂ່າວລວມຂອງເຂດ. ທ່ານຫງວຽນແທງຟອງ ສະເໜີວ່າ:     ໃນໄລຍະຍາວ, ສະເໜີໃຫ້ສູນກາງສ້າງລະບົບນິຕິກຳກ່ຽວກັບເຂດໃຫ້ສົມບູນແບບ; ລະບົບກົດໝາຍກຳນົດເລື່ອງອຳນາດການບົກຄອງທ້ອງຖິ່ນຕ້ອງມີຄວາມເໝາະສົມເພື່ອສ້າງລະບອບລະບຽບການເຂດໃຫ້ສົມບູນແບບ. ສະເໜີໃຫ້ລັດຖະບານຕ້ອງປະກາດໃຊ້ດຳລັດກ່ຽວກັບເຂດເສດຖະກິດກຳລັງໜູນໂດຍໄວ, ຊ່ວຍໃຫ້ການເຄື່ອນໄຫວເຂດໃຫ້ນັບມື້ນັບມີປະສິດທິຜົນກ່ວາອີກ. ໃນສະເພາະໜ້າ, ສະເໜີໃຫ້ທ່ານນນາຍົກລັດຖະມົນຕີ ຊີ້ນຳຫ້ອງວ່າການຄະນະຊີ້ນຳປະສານງານພັດທະນາບັນດາເຂດເສດຖະກິດຈຸດສຸມ ເປັນເຈົ້າການໃນການປະສານສົມທົບກັບບັນດາກະຊວງ ຂະແໜງການ, ແຂວງ, ນະຄອນໃນເຂດເສດຖະກິດຈຸດສຸມສ້າງຂຶ້ນ ເພື່ອຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີເຊັນອະນຸມັດຜ່ານ ຂໍ້ກຳນົດກ່ຽວກັບການປະສານສົມທົບບໍລິຫານບັນດາເຂດ, ລະຫວ່າງເຂດ ເພື່ອແນໃສ່ປະຕິບັດບັນດາໂຄງການຮ່ວມສຳພັນ ແລະ ຮ່ວມມືພັດທະນາເສດຖະກິດເຂດລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງມີປະສິດທິຜົນ. (ລອງອານ-ໜຶ່ງໃນ 8 ແຂວງນະຄອນເຂດຈຸດສຸມທາງພາກໃຕ້ຫວຽດນາມ ພາບ: baodautu.vn )
TAG
VOV/VOVworld/ເຂດ​ຈຸດ​ສຸມ​ທາງ​ພາກ​ໃຕ້​ຫວຽດ​ນາມ.ພັດທະນາເຂດ