VOV WorldVOV World
ດັດປັບຄາດໝາຍເຕີບໂຕເພື່ອສ້າງທ່ວງທ່າພັດທະນາກະໂດດຂັ້ນ
09/03/2021 09:01
(VOVWORLD) - ໂລກລະບາດໂຄວິດ 19 ຈະສົ່ງຜົນສະທ້ອນຮ້າຍແຮງ ແລະ ແກ່ຍາວເຖິງຊຸມປີຕົ້ນຂອງແຜນການໄລຍະ 5 ປີ ຄືແຕ່ປີ 2021-2025, ການວາງອອກຄຳຮຽກຮ້ອງຕ້ອງການບໍ່ພຽງແຕ່ແກ້ໄຂຄວາມສ່ຽງ, ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍເທົ່ານັ້ນ ຫາກແຕ່ລະທ້ອງຖິ່ນຕ້ອງຕັ້ງຫນ້າ ເປັນເຈົ້າການໃນກາລະໂອກາດໃຫມ່. ເຖິງວ່າ ແມ່ນບັນດາແຂວງດີເດັ່ນກ່ຽວກັບການພັດທະນາເສດຖະກິດໃນຕົ້ນປີ 2021 ກໍຕາມ ແຕ່ບັນດາແຂວງຄື ແຄງຮ່ວາ, ກວ໋າງນາມ, ກວ໋າງຫງ໋າຍ ແລະ ນະຄອນ ດາຫນັງ ກໍ່ລ້ວນແຕ່ດັດປັບຄາດໝາຍພັດທະນາເສດຖະກິດ ເພື່ອແນໃສ່ສ້າງທ່ວງທ່າພັດທະນາກະໂດດຂັ້ນ.
ດັດປັບຄາດໝາຍເຕີບໂຕເພື່ອສ້າງທ່ວງທ່າພັດທະນາກະໂດດຂັ້ນ
  ໂຮງງານກັ່ນຕອງນ້ຳມັນ ຢູງກວັດ (ພາບ: baoquangngai.vn ) ຜົນສະທ້ອນຈາກໂລກລະບາດໂຄວິດ 19 ເຮັດໃຫ້ທຸກການເຄື່ອນໄຫວບໍລິການ ການທ່ອງທ່ຽວ ຢູ່ ແຂວງ ແຄງຮ່ວາ ລ້ວນແຕ່ຖືກຢຸດສະງັກ. ອຸດສາຫະກຳກາຍເປັນເສົາຄ້ຳເພື່ອໃຫ້ແຂວງ ດຸ່ນດ່ຽງງົບປະມານ, ແກ້ໄຂວຽກງານເຮັດງານທຳ, ຮັບປະກັນຊີວິດສັງຄົມ ແລະ ມຸ່ງໄປເຖິງເປົ້າໝາຍຍາວໄກກວ່າ ນັ້ນແມ່ນ ກໍ່ສ້າງແຂວງ ໃຫ້ກາຍເປັນ “ສູນເສດຖະກິດທະເລ, ສູນການທ່ອງທ່ຽວ, ບໍລິການໃຫຍ່ຂອງທົ່ວປະເທດ”. ທ່ານ ຫງວຽນເຕີນຕວັນ, ປະທານ ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໃຫ້ຮູ້ວ່າ: ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ແຄງຮວ່າ ກຳນົດເປົ້າໝາຍກໍ່ສ້າງພື້ນຖານເສດຖະກິດແບບຍືນຍົງໃນການປ້ອງກັນ ສະກັດກັ້ນໂລກລະບາດຢ່າງຈະແຈ້ງ.  “ ກຳນົດ , ພັດທະນາເສດຖະກິດແບບຍືນຍົງ , ປອດໄພ ຢ່າງແທ້ຈິງ . ແຂວງແຄງຮ່ວາ ກຳແຫນ້ນ ໄດ້ ກາລະໂອກາດສະດວກ , ຫັນເປັນກາລະໂອກາດ ດ້ວຍວິທີຮຽກຮ້ອງບັນດານັກລົງທຶນ ຍ້າຍແຫລ່ງທຶນຈາກບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກ ໃນການລົງທຶນຊ່ວງເວລາເກີດໂລກລະບາດໂຄວິດ 19. ແຂວງ ແຄງຮ່ວາ ແລະ ຍາຈາງ , ເວີນຟອງ ພ້ອມແລ້ວ ທີ່ຈະ ຮຽກຮ້ອງບັນດານັກລົງທຶນເຂົ້າມາຕະຫລາດໃຫມ່ອ່ຽມນີ້ ” ປະຕູເຂົ້າເຂດເຕັກໂນໂລຊີສູງ ດາຫນັງ (ພາບ:Báo Công Thương)  ຢູ່ ແຂວງ ກວ໋າງຫງ໋າຍ ໃນຫລາຍປີມານີ້ ແຫລ່ງລາຍຮັບງົບປະມານຂອງແຂວງ ສ່ວນຫລາຍແມ່ນອີງໃສ່ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງໂຮງງານກັ່ນຕອງນ້ຳມັນ ຢູງກວັດ ດ້ວຍອັດຕາສ່ວນແມ່ນ 45%. ປີ 2020 ຍ້ອນລາຄານ້ຳມັນດິບຫລຸດລົງຢ່າງແຮງ, ຜົນສະທ້ອນຈາກໂລກລະບາດໂຄວິດ 19 ແລະ ການເຄື່ອນໄຫວຮັກສາໂຮງງານໄດ້ເຮັດໃຫ້ ງົບປະມານຂອງແຂວງ ຂາດປະມານ 3.055  ຕື້ດົ່ງ. ທ່ານ ດັ້ງວັນມີງ ປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ແຂວງ ໄດ້ປຶກສາຫາລືຫລາຍມາດຕະການສຸມໃສ່ດຶງດູດບັນດາໂຄງການອຸດສາຫະກຳຂະຫນາດໃຫຍ່, ມຸ່ງໄປເຖິງຄາດໝາຍປີ 2025 ກາຍເປັນແຂວງບັນລຸການເຕີບໂຕດີສົມຄວນ, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ລະດັບ 2.200 USD ຄືປະຈຸບັນ.  “ ຢາກຫລຸດຜ່ອນການອີງໃສ່ແຫລ່ງລາຍຮັບຂອງໂຮງງານກັ່ນຕອງນ້ຳມັນຢູງກວັດ ພວກເຮົາ ໄດ້ ດຶງດູດບັນດາວິສາຫະກິດໃຫຍ່ເຂົ້າມາລົງທຶນພັດທະນາອຸດສາຫະກຳຢູ່ບໍລິເວນແຂວງ , ຍູ້ແຮງການປະຕິຮູບດ້ານບໍລິຫານ , ສ້າງສະພາບແວດລ້ອມການລົງທຶນສະດວກ , ບຸກເບີກຫນ້າພຽງ. .. ເພື່ອໃຫ້ວິສາຫະກິດມີເງື່ອນໄຂພຽງພໍເຂົ້າມາລົງທຶນ ” ຢູ່ບໍລິເວນແຂວງ ກວ໋າງນາມ, ຜົນສະທ້ອນຈາກໂລກລະບາດໂຄວິດ 19 ແລະ ພາຍຸນ້ຳຖ້ວມ ໄພທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຫລາຍຂົງເຂດເສດຖະກິດຂອງທ້ອງຖິ່ນຖືກຫລຸດລົງຢ່າງແຮງ. ທ່ານ ເລວັນຢູງ ຮອງເລຂາຜູ້ປະຈຳການຄະນະພັກແຂວງ  ກວ໋າງນາມ ໃຫ້ຮູ້ວ່າ: ທ້ອງຖິ່ນ ຕ້ອງຊອກຫາມາດຕະການປ່ຽນແທນ ເພື່ອຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາແບບຍືນຍົງ, ມີຄວາມປອດໄພໃນຊ່ວງເວລາເກີດໂລກລະບາດ. “ ກຳນົດທິດພັດທະນາກ່ຽວກັບກະສິກຳເຕັກໂນໂລຊີສູງ , ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ , ທ່າໄດ້ປຽບກະສິກຳຂອງແຂວງ ສືບຕໍ່ຮັກສາທ່າໝັ້ນຄົງໃນຊ່ວງເວລາເກີດໂລກລະບາດ . ພ້ອມກັນນັ້ນ ກໍ່ ສຸມໃສ່ພັດທະນາອຸດສາຫະກຳ , ສຸມໃສ່ປະຕິບັດບາງໂຄງການໃຫຍ່ ເພື່ອໃຫ້ພວກເຮົາສາມາດຈຳກັດ ຜົນ ເສຍຫາຍຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ ” ນະຄອນ ດາຫນັງ ແມ່ນເຂດເກີດໂລກລະບາດໂຄວິດ 19 ຢ່າງຮ້າຍແຮງ ສະນັ້ນ ໄດ້ວາງອອກ 3 ຫນ້າທີ່ຈຸດສຸມ, ບຸກທະລຸ, ປະຕິບັດ ບັນດາມາດຕະການຢ່າງຄົບຊຸດເພື່ອແກ້ໄຂຜົນສະທ້ອນຈາກໂລກລະບາດໂຄວິດ 19, ຟື້ນຟູທ່າເຕີບໂຕເສດຖະກິດສັງຄົມຂອງທ້ອງຖິ່ນຄືນໃຫມ່. ບັນດາທ້ອງຖິ່ນ ພາກກາງ ຫວຽດນາມ ໄດ້ດັດປັບບັນດາມາດຕະການໃຫ້ເໝາະສົມເພື່ອຮັບມືກັບໂລກລະບາດໂຄວິດ 19, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ພັດທະນາແບບຍືນຍົງ ປອດໄພ ພ້ອມທັງສຸມກຳລັງເຫື່ອແຮງກໍ່ສ້າງພື້ນຖານເສດຖະກິດພັດທະນາແບບຍືນຍົງໃນທ່າອ່ຽງໂລກາພິວັດໃຫ້ນັບມື້ນັບເລິ່ງເຊິ່ງກວ້າງຂວາງ.
TAG
VOV/VOVworld/​ຊີ​ວິດ​ການ​ເປັນ​ຢູ່/ລາຍ​ຮັບ​ງົບ​ປະ​ມານ

More