ເປັນເຈົ້າການໃນການເຊື່ອມໂຍງຕາມເນື້ອໃນຈິດໃຈ FTA ໃຫມ່
29/06/2021 08:36
(VOVWORLD) - ຜ່ານກວ່າ 3 ທົດສະວັດແຫ່ງການປ່ຽນແປງໃຫມ່ແລະເຊື່ອມໂຍງ, ຫວຽດນາມໄດ້ເຊັນສຳເລັດ 18 ສັນຍາການຄ້າເສລີ (FTA) . ສະເພາະໄລຍະ 5 ປີຜ່ານມາ, ຫວຽດນາມໄດ້ມີການເຈລະຈາແລະລົງນາມໃນສັນຍາການຄ້າກັບບັນດາຄູ່ຮ່ວມມືໃຫຍ່ຫລາຍສະບັບເປັນຕົ້ນແມ່ນບັນດາສັນຍາ FTAລຸ້ນໃຫມ່ດ້ວຍມາດຕະຖານສູງຄື: ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ (CPTPP);ລົງນາມໃນສັນຍາກັບສະຫະພາບເອີລົບ (ອີຢູ) 2 ສະບັບ; ສັນຍາການຄ້າເສລີ EVFTA)ແລະສັນຍາອາລັກຂາການລົງທຶນ (EVIPA); ສັນຍາການຄ້າເສລີ ລະຫວ່າງຫວຽດນາມແລະລາຊະອານາຈັກອັງກິດແລະໄອແລນເຫນືອ UKVFTA; ສັນຍາຄູ່ຮ່ວມືເສດຖະກິດຮອບດ້ານພາກພື້ນ(RCEP).ໃນນັ້ນເປັນຫນ້າສົນໃຈແມ່ນຈິດໃຈເປັນເຈົ້າການໂດຍຫວຽດນາມສະແດງໃຫ້ເຫັນຢ່າງແຮງ,ສະເຫມີຕົ້ນສະເຫມີປາຍໃນຕະຫລອດວິວັດການເຈລະຈາ, ການ

ວິສາຫະກິດສົ່ງອອກຊອກໄດ້ຕະຫລາດໃຫມ່ຫລາຍແຫ່ງຜ່ານບັນດາສັນຍາFTA ຕາມທ່ານເຈີນຕວນແອງຫົວຫນ້າຄະນະເສດຖະກິດສູນກາງແລ້ວ, ຜ່ານການລົງນາມແລະປະຕິບັດບັນດາສັນຍາການຄ້າເສລີ (FTA) ລຸ້ນໃຫມ່ຢ່າງມີປະສິດທິຜົນ, ຫວຽດນາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະ “ຫວຽດນາມແມ່ນປະເທດທີ່ມີຄວາມສະເໝີຕົ້ນສະເຫມີປາຍ, ເປັນເຈົ້າການ, ຕັ້ງຫນ້າໃນການປະຕິບັດເຊື່ອມໂຍງແລະເປີດປະຕູ. ຜ່ານນັ້ນຢັ້ງຢືນບົດບາດ, ພາບພົດ, ອິດທິພົນຊື່ສຽງແລະຖານະບົດບາດຂອງ “ຫວຽດນາມໃຫມ່” ບົນເວທີສາກົນ. “ ໂດຍ ແມ່ນ ປະ ເທດ ພຽງ ເຂົ້າ ຮ່ວມ ຂອບ ເຂ ດເຊື່ອມ ໂຍງ ກ່ອນນີ້ ຄືອົງ ການ ການ ຄ້າ ໂລກ (WTO) ຫລື AFTA ໃນ ອາ ຊຽນນັ້ນແຕ່ ມາ ປະ ຈຸ ບັນຫວຽດ ນາມໄດ້ ກາຍ ເປັນ ຫ ນຶ່ງ ໃນ ບັນ ດາ ປະ ເທດພາ ທາງ ໃນ ບັນ ດາ ຂອບ ເຂດ ເຊື່ອມ ໂຍງແລະນຳ ບັນ ດາ ສັນ ຍາ ການ ຄ້າ ເສ ລີ ຫລາຍ ຝ່າ ຍ ປະ ສົບ ຜົນ ສຳ ເລັດ . ເພາະ ສະ ນັ້ນພາບ ພົດ ຂອງ “ ຫວຽດ ນາມໃຫມ່ ” ດ້ວຍ ກຳ ລັງ ຄວາມ ສາ ມາດ ຂອງ ລະ ບອບ ນະ ໂຍ ບາຍກໍ່ ຄືຄວາມ ຮັບ ຜິດ ຊອບ , ການ ຕັດ ສິນ ຊີ້ ຂາດ ໄດ້ ຢັ້ງ ຢືນ ຢ່າງ ຈະ ແຈ້ງ ” ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມຢ່າງເປັນທາງການເມື່ອວັນທີ 15 ພະຈິກ ປີ 2020 ເລື່ອງສັນຍາ FTA ລຸ້ນໃຫມ່ຫລາຍສະບັບໄດ້ຮັບການຜັນຂະຫຍາຍແລະປະຕິບັດໄດ້ຊ່ວຍໃຫ້ຫວຽດນາມບືນຕົວຂຶ້ນກາຍເປັນປະເທດຢືນອັນດັບ 22 ກ່ຽວກັບຂອບຂະຫນາດວົງເງິນ ແລະກຳລັງຄວາມສາມາດສົ່ງອອກໃນໂລກ,ດຶງດູດແຫລ່ງເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ນັບຮ້ອຍໆຕຶ້ USD, ປະກອບສ່ວນເສີມສ້າງປະຊາຄົມວິສາຫະກິດເປັນຫລາຍຮູບແບບ, ຫລາຍຂົງເຂດ.. ເລື່ອງເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຜ່ານການເຈລະຈາ, ລົງນາມແລະປະຕິບັດບັນດາສັນຍາການຄ້າເສລີສອງຝ່າຍແລະຫລາຍຝ່າຍ, ໃນນັ້ນມີບັນດາສັນຍາການຄ້າເສລີລຸ້ນໃຫມ່, ດ້ວຍມາດຕະຖານສູງໄດ້ຊ່ວຍໃຫ້ກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດແລະຂອງວິສາຫະກິດຫວຽດນາມໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ທ່ານນາງຫງວຽນທິຮ່ວຽນຜູ້ອຳນວຍການບໍລິສັດຜະລິດແລະສົ່ງອອກ ເຄື່ອງເທດ (ອົບເຊີຍ)ຫວຽດນາມແບ່ງປັນວ່າ: “ ຕະ ຫລາດອີ ຢູແມ່ນ ຕະ ຫລາດ ຕົ້ນ ຕໍ ຊື່ງ ພວກ ຂ້າ ພະ ເຈົ້າ ໄດ້ ວາງ ແຜນ ສົ່ງ ອອກ . ນັບ ແຕ່ ປີ 2013 ໂດຍ ກຳ ແຫ ນ້ນ ໄດ້ ທ່າ ອ່ຽງ ຂອງ ຕະ ຫລາດ ສາ ກົນເວົ້າ ລວມແລະຕະ ຫລາດ ເອີ ລົບເວົ້າ ສະ ເພາະພວກ ຂ້າ ພະ ເຈົ້າ ໄດ້ ສ້າງ ລະ ບົບ ມູນ ຄ່າ , ຄວບ ຄຸມ ໄດ້ ເຂດ ວັດ ຖຸ ດິບ ຂອງ ຕົນ . ມາຮອດປະຈຸບັນ ພວກຂ້າພະເຈົ້າໄດ້ມີໃບຢັ້ງຢືນຫລາຍສະບັບຈາກສາກົນແລ້ວ” ຕາມບັນດາຜູ້ຊ່ຽວຊານແລ້ວ, ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຈິດໃຈເປັນເຈົ້າການໃນການເຊື່ອມໂຍງຍັງຄົງໄດ້ຮັບການຮັກສາແລະຊຸກຍູ້ຢ່າງຕັ້ງຫນ້າດ້ວຍຫລາຍແງ່ມູມ. ໃນນັ້ນສຳຄັນທີ່ສຸດແມ່ນສຸມໃສ່ກໍ່ສ້າງປະຊາຄົມວິສາຫະກິດເຊິ່ງແມ່ນພາກສ່ວນເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ປອຫງວຽນດີ່ງກູງອະດີດຫົວຫນ້າສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງເນັ້ນຫນັກວ່າ: “ ຍຸດ ທະ ສາດ ເຊື່ອມ ໂຍງບໍ່ ພຽງ ແຕ່ ແມ່ນການ ເຊັນ ສັນ ຍາ ເທົ່າ ນັ້ ນຫາກ ຕ້ອງ ສ້າງ ຖັນ ແຖວ ເຊື່ອມ ໂຍງນຳອີກ . ນັ້ນ ແມ່ນວິ ສາ ຫະ ກິດ . ສະ ນັ້ນທຳ ອິດ ຕ້ອງ ຄິດ ເຖິງ ການ ສ້າງ ຖັນ ແຖວ ວິ ສາ ຫະ ກິດ ໃຫ້ ເຕີບ ໃຫ ຍ່ ເຂັ້ມ ແຂງ . ຢາກ ນຳ ເຂົ້າ ເຕັກ ໂນ ໂລ ຊີ ໄດ້ ຫລາຍກວ່ານັ້ນ ແມ່ນຢູ່ພາຍ ໃນ ປະ ເທດ ພວກ ເຮົາ ຕ້ອງ ສ້າງ ບັນ ດາ ວິ ສາ ຫະ ກິດ ທີ່ ມີ ກຳ ລັງ ຄວາມ ສາ ມາດ ສຳ ຜັດ , ຮັບ ເອົາ ການ ຖ່າຍ ທອດ ເຕັກ ໂນ ໂລ ຊີ , ມີ ກຳ ລັງ ຫ ນູນ ເພື່ອ ນຳ ໃຊ້ ເຕັກ ໂນ ໂລ ຊີ ”; ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານເລືອງຮ່ວາງທາຍຫົວຫນ້າກົມນະໂຍບາຍການຄ້າຫລາຍຝ່າຍສັງກັດກະຊວງອຸດສາຫະກຳການຄ້າຫວຽດນາມຖືວ່າ: “ ຖ້າວ່າ ບາດ ກ້າວ ເບື້ອງ ຕົ້ນ ໃນ ວິ ວັດ ການ ເປັນ ເຈົ້າ ການ ເຊື່ອມ ໂຍງ ຂອງ ພວກ ເຮົາແມ່ນເລື່ອງ ລົງ ນາມແລະປະ ຕິ ບັດ ບັນ ດາ ສັນ ຍາ ການ ຄ້າ ເສ ລີນັ້ນ , ການ ເປັນ ເຈົ້າ ການ ຕໍ່ ມາແລະໄດ້ ໃຫ້ ບຸ ລິ ມະ ສິດ ໃນ ໄລ ຍະ ຈະ ມາ ເຖິງ ແມ່ນຄວາມ ເປັນ ເຈົ້າ ການ ໃນ ການ ກະ ກຽມ ບັນ ດາ ເງື່ອນ ໄຂ ພາຍ ໃນ ປະ ເທດເພື່ອ ໃຫ້ ພວກ ເຮົາ ສາ ມາດ ພັດ ທະ ນາ ດ້ວຍ ຄຸນ ນະ ພາບ ດີກວ່າແລະສະ ຫ ນິດ ຕິດ ພັນ ກວ່າລະ ຫວ່າງ ພື້ນ ຖານ ເສດ ຖະ ກິດ ພາຍ ໃນ ປະ ເທດກັບ ວິ ວັດ ການ ເຊື່ອມ ໂຍງ ເຂົ້າ ກັບ ເສດ ຖະ ກິດ ສາ ກົນ ” “ເປັນເຈົ້າການແລະຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນ..” ໂດຍມະຕິກອງປະຊຸມໃຫຍ່ ຄັ້ງທີXIII ຂອງພັກຊີ້ແຈ້ງໃນ “ການກຳນົດທິດພັດທະນາປະເທດຊາດໄລຍະ 2021 – 2030”. ພິເສດຕາມບັນດາຜູ້ຊ່ຽວຊານແລ້ວ, ໃນສະພາບໂລກລະບາດໂຄວິດ 19 ໄດ້ຮັບການຄາດຄະເນວ່າຍັງມີຫລາຍການກະທົບບໍ່ດີເຖິງເສດຖະກິດທົ່ວໂລກນັ້ນ, ຈິດໃຈເປັນເຈົ້າການເຊື່ອມໂຍງຍິ່ງຈຳເປັນຕ້ອງໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍ. ໃນນັ້ນການກໍ່ສ້າງກຳລັງເປັນເຈົ້າການເຊື່ອມໂຍງເພື່ອປະຕິບັດບັນດາສັນຍາ FTA ນັ້ນແມ່ນວິທີການຢ່າງມີປະສິດທິຜົນເພື່ອໃຫ້ຫວຽດນາມຢັ້ງຢືນແລະປັບປຸງທີ່ຕັ້ງບົດບາດຂອງຕົນໃນພື້ນຖານເສດຖະກິດທົ່ວໂລກ.
TAG
VOV/VOVworld/ສັນຍາ FTA/ສັນຍາການຄ້າເສລີ
Related
More




.jpg)



