ການສົ່ງອອກຜັກໝາກໄມ້ໄປຍັງຕະຫລາດໃຫຍ່ຫລາຍແຫ່ງບັນລຸການເຕີບໂຕຢ່າງແຮງ
20/04/2021 08:00
(VOVWORLD) -ເຖິງວ່າ ຖືກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດໂຄວິດ 19 ກໍຕາມ ແຕ່ໃນໄຕມາດ 1 ປີນີ້ ການສົ່ງອອກຜັກໝາກໄມ້ ພັດບັນລຸການເຕີບໂຕຢ່າງແຮງ. ໝາກຜົນນັ້ນກໍ່ຍ້ອນປະຕິບັດການຄວບຄຸມໂລກລະບາດໄດ້ເປັນຢ່າງດີ ຊ່ວຍໃຫ້ການເຄື່ອນໄຫວສົ່ງອອກບໍ່ຖືກຕັດຕອນ ແລະ ໃນໄລຍະຈະມາເຖິງ ຄາດວ່າ ການສົ່ງອອກຈະບັນລຸການເຕີບໂຕສູງພໍສົມຄວນ.

ຢູ່ ຫລາຍທ້ອງຖິ່ນ, ສົ້ນອອກສຳລັບບັນດາຜະລິດຕະພັນຜັກໝາກໄມ້ ແມ່ນຫຍຸ້ງຍາກພໍສົມຄວນ ແຕ່ຢູ່ ແຄໂກ່ຍ ເລື່ອງບົວລະບັດ, ຂາຍຜະລິດຕະພັນກະສິກຳແມ່ນໄດ້ຮັບການປະຕິບັດຢ່າງມີປະສິດທິຜົນຈາກປະຊາຊົນ. ທ່ານ ຫງວຽນວັນຢູ໋ງ ຢູ່ ບ້ານ ແຄໂກ່ຍ ຕາແສງ ກວາງເຊີນ ນະຄອນ ຕາມດຽບ ແຂວງ ນີງບີ່ງ ໃຫ້ຮູ້ວ່າ: ຜະລິດຕະພັນຂອງຄອບຄົວຕົນເອງ ແລະ ບັນດາຄອບຄົວໃນບໍລິເວນ ພຽງແຕ່ປະຕິບັດການບົວລະບັດໃຫ້ຖືກຕາມຂັ້ນຕອນຫລັກອະນາໄມສະບຽງອາຫານເທົ່ານັ້ນ, ສ່ວນສົ້ນອອກໄດ້ມີວິສາຫະກິດມາເກັບຊື້ເພື່ອສົ່ງອອກແລ້ວ.
TAG
VOV/VOVworld/ສົ່ງອອກ/ຜັກໝາກໄມ້/ອາເມລິກາ/ສະຫະພາບເອີລົບ
Related
More




.jpg)



