VOV WorldVOV World
ສ້າງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ກາຍ​ເປັນ​ຂົງ​ເຂດ​ນຳ​ໜ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດດ​ີ​ຈີ​ຕອນ
02/06/2020 03:17
(VOVWORLD) -ວັນທີ 15 ພຶດສະພາ ຜ່ານມາ, ລັດຖະບານຫວຽດນາມ ໄດ້ໃຫ້ສັດຕະຍາບັນແຜນການສັງລວມການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025 ດ້ວຍຄາດໝາຍສ້າງຂົງເຂດນີ້ກາຍເປັນຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນ - ເຊິ່ງໃນນີ້ບັນດາເຕັກໂນໂລຢີກ້າວໜ້າຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ໄດ້ຮັບການໝູນໃຊ້ຢ່າງກວ້າງຂວາງ - ເພີ່ມປະສິດທິຜົນການຜະລິດດຳເນີນທຸລະກິດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ, ຍູ້ແຮງການພັດທະນາຕະຫຼາດພາຍໃນ ແລະ ສົ່ງອອກ.
ສ້າງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ກາຍ​ເປັນ​ຂົງ​ເຂດ​ນຳ​ໜ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດດ​ີ​ຈີ​ຕອນ
ແຜນການສັງລວມການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025 ໄດ້ຕິດພັນກັບບັນດາຍຸດທະສາດ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4, ກຳນົດທິດການພັດທະນາເສດຖະກິດດີຈີຕອນ - ຫັນເປັນດີຈີຕອນແຫ່ງຊາດທີ່ໄດ້ລະບຸໃນມະຕິສະບັບເລກທີ 52. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຄຽງຄູ່ກັບບັນດາເປົ້າໝາຍສັງລວມ ເຊິ່ງລວມມີ: ການໜູນຊ່ວຍ, ຊຸກຍູ້ການໝູນໃຊ້ການຄ້າເລັກໂຕນິກເປັນວົງກວ້າງໃນໝູ່ວິສາຫະກິດ ແລະ ວົງຄະນະຍາດ; ຮັດແຄບຊ່ອງຫວ່າງລະຫວ່າງບັນດານະຄອນໃຫຍ່ ກັບ ທ້ອງຖິ່ນຕ່າງໆ ກ່ຽວກັບຄວາມອາດສາມາດໃນການຊື້ - ຂາຍຜ່ານທາງອອນລາຍ; ສ້າງ ຕະຫຼາດຈໍາລອງ ທີ່ປອດໃສ, ມີລັກສະນະແກ້ງແຍ້ງ ແລະ ພັດທະນາແບບຍືນຍົງ; ປະກອບສ່ວນຊຸກຍູ້ການຜະລິດ, ຈຳໜ່າຍສິນຄ້າ ຫວຽດນາມ ແລະ ເພີ່ມທະວີການແລກປ່ຽນຊື້ຂາຍເຄື່ອງຂອງຂ້າມຊາຍແດນຜ່ານທາງອອກລາຍ... ແຜນການດັ່ງກ່າວ ຍັງຍົກໃຫ້ເຫັນບັນດາເປົ້າໝາຍລະອຽດ ເປັນຕົ້ນແມ່ນ ຮອດປີ 2025 ຈະມີຈຳນວນປະຊາຊົນ55%ເຂົ້າຮ່ວມການຊື້  - ຂາຍຜ່ານທາງອອນລາຍ, ດ້ວຍມູນຄ່າການແລກປ່ຽນຊື້ຂາຍສະເລ່ຍແມ່ນ 600 USD  ຕໍ່ຄົນ/ປີ; ຍອດລາຍຮັບຈາກຂົງເຂດນີ້ບັນລຸ 35 ຕື້ USD, ກວມເອົາ 10% ຍອດລາຍຮັບບັນລຸໄດ້ຈາກການຂາຍຍ່ອຍ ແລະ ລາຍຮັບຈາກການບໍລິການຈຳໜ່າຍສິນຄ້າຂອງທັງປະເທດ; ປະກອບສ່ວນຊຸກຍູ້ການຊຳລະໂດຍບໍ່ນຳໃຊ້ເງິນສົດ ບັນລຸເຖິງ 50% ແລະ 50% ແຫຼ່ງບຸກຄະລາກອນໄດ້ຮັບການກໍ່ສ້າງຢ່າງມີແບບແຜນຈາກລະບົບການສຶກສາ - ກໍ່ສ້າງ ແລະ ສຶກສາວິຊາຊີບ. ທ່ານ ຫງວຽນບິ່ງມິນ, ກຳມະການຄະນະບໍລິຫານງານ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ ຖືວ່າ: “ໂລກລະບາດໂຄວິດ - 19 ເກີດຂຶ້ນ ກໍແມ່ນໂອກາດເພື່ອໃຫ້ທົ່ວໂລກເບິ່ງຄືນໂຄງສ້າງຂອງພື້ນຖານເສດຖະກິດຂອງຕົນ. ເຂົາເຈົ້າຕ້ອງຍອມຮັບວ່າ ການຄ້າເອເລກໂຕນິກມີສະຖຽນລະພາບສູງໃນວິກິດການນີ້. ຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19 ໃນປັດຈຸບັນ, ບໍ່ມີໃຜສາມາດຢັ້ງຢືນໄດ້ວ່າ ໂລກລະບາດຈະສິ້ນສຸດລົງໃນຈຸດເວລານີ້, ສະນັ້ນ, ການຄ້າເອເລັກໂຕນິກພວມແມ່ນມາດຕະການໜຶ່ງ ແລະ ສືບຕໍ່ແມ່ນມາດຕະການໜຶ່ງໃນອະນາຄົດໃກ້ໆນີ້, ສະນັ້ນ, ການເລືອກການຄ້າເອເລັກໂຕນິກເປັນຈຸດສຸມຂອງການພັດທະນາພື້ນຖານເສດຖະກິດ ບໍ່ແມ່ນການກຳນົດທິດອີກແລ້ວ ຫາກແມ່ນມາດຕະການພັດທະນາເສດຖະກິດ. ຂ້າພະເຈົ້າຖືວ່າ ນີ້ແມ່ນການເລືອກເຟັ້ນທີ່ຖືກຕ້ອງ.” ແຜນການດັ່ງກ່າວ ໂດຍກະຊວງອຸດສາຫະກຳຍື່ນສະເໜີຕໍ່ລັດຖະບານ  ໂດຍໄດ້ຍົກອອກ 6 ໝວດມາດຕະການເພື່ອພັດທະນາການຄ້າເລັກໂຕນິກ ຢູ່ຫວຽດນາມ ເຊັ່ນ: ສ້າງສຳເລັດກົນໄກ, ນະໂຍບາຍຕອບສະໜອງຄວາມຕ້ອງການພັດທະນາຂອງຂະແໜງໃນສະພາບການເສດຖະກິດໃໝ່; ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ; ຕໍ່ສູ້ຕ້ານບັນດາການກະທໍາສໍ້ໂກງການຄ້າ, ລະເມີດສິດຊັບສິນທາງປັນຍາ ແລະ ການແກ້ງແຍ້ງບໍ່ປອດໃສໃນສະພາບແວດລ້ອມນີ້; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກພາຍໃນປະເທດ ຫຼືຊຸກຍູ້ການແລກປ່ຽນຊື້ຂາຍເຄື່ອງຂອງຂ້າມຊາຍແດນຜ່ານທາງອອນລາຍ... ທ່ານດັ້ງຮວ່າງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເນັ້ນໜັກວ່າ: “ພວກເຮົາຕ້ອງພັດທະນາການຄ້າເອເລັກໂຕນິກໃນຂອບເຂດທີ່ກວ້າງໃຫຍ່ກວ່າ, ແທນທີ່ຈະສຸມໃສ່ບັນດານະຄອນໃຫຍ່. ທີສອງ, ຕ້ອງນຳເຕັກໂນໂລຢີໃໝ່ເຂົ້າຄຸ້ມຄອງໃຫ້ດີກວ່າ ກ່ຽວກັບທາງດ້ານຄຸນນະພາບ, ສ້າງເງື່ອນໄຂສະດວກໃນການຫຼຸດຄ່າໃຊ້ຈ່າຍໃຫ້ແກ່ການຄ້າເອເລັກໂຕນິກ. ທີສາມ, ພັດທະນາສິນຄ້າຫວຽດນາມນັ້ນແມ່ນພື້ນຖານເພື່ອຍາດແຍ່ງການຄ້າເອເລັກໂຕນິກນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນເຂດຫ່າງໄກສອກຫຼີກ, ນຳມາເຊິ່ງການແກ້ງແຍ້ງປອດໃສໃຫ້ແກ່ບໍລິສັດຜະລິດສິນຄ້າຫວຽດນາມ ແມ່ນກຳລັງໜູນພັດທະນາເສດຖະກິດຂອງທັງປະເທດ. ເພື່ອຊ່ວຍໃຫ້ການຄ້າເອເລັກໂຕນິກພັດທະນາຢ່າງຮອບດ້ານກວ່ານັ້ນ, ພວກຂ້າພະເຈົ້າກໍຈະພິຈາລະນາ, ປັບປຸງດໍາລັດ, ເຊິ່ງເປັນກອບນິຕິກຳໃຫ້ແກ່ການຄ້າເອເລັກໂຕນິກ; ພ້ອມກັນນັ້ນ ພ້ອມກັບບັນດາກະຊວງ, ຂະແໜງການອື່ນໆຈະພິຈາລະນາບັນດາມາດຕະການປັບໄໝ ແລະ ການສະກັດກັ້ນເລື່ອງລະເມີດຄຸນນະພາບສິນຄ້າໃຫ້ເຂັ້ມງວດກວ່າ”.
TAG
VOV/VOVworld/ກາລະໂອກາດ/ການຄ້າເອເລັກໂຕນິກ/ເສດຖະກິດດີຈີຕອນ