ວິສາຫະກິດຫວຽດນາມປ່ຽນໃຫມ່, ປະດິດຄິດສ້າງເພື່ອເຊື່ອມໂຍງ
16/04/2019 12:03
(VOVWORLD) -“ວິສາຫະກິດຕ້ອງກຳນົດການປ່ຽນໃຫມ່, ປະດິດຄິດສ້າງແມ່ນກຳລັງຫນູນແລະແມ່ນມາດຕະການດີເລີດເພື່ອແນໃສ່ຍົກສູງລັກສະນະແກ້ງແຍ້ງຂອງວິສາຫະກິດໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດໂລກນັບມື້ນັບເລິກເຊິ່ງກວ້າງຂວາງ ແລະຮອບດ້ານ”.

ນັ້ນແມ່ນສານຊື່ງລັດຖະບານຫວຽດນາມພວມສົ່ງເຖິງບັນດາວິສາຫະກິດ. ການປ່ຽນໃຫມ່, ປະດິດຄິດສ້າງແລະກົນໄກຫນູນຊ່ວຍວິສາຫະກິດປະຕິບັດການປ່ຽນໃຫມ່ ປະດິດຄິດສ້າງຢ່າງມີປະສິດທິຜົນແມ່ນບັນດາບັນຫາໃຫຍ່ທີ່ວາງອອກໃຫ້ແກ່ທັງວິສາຫະກິດແລະບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ຕໍ່ຫນ້າການພັດທະນາຢ່າງແຮງຂອງວິທະຍາສາດແລະເຕັກໂນໂລຊີປະຈຸບັນ. ພູມປັນຍາແລະປະດິດຄິດສ້າງ ພວມກາຍເປັນບັນຫາຫລັກແຫລ່ງຕັດສິນຊີ້ຂາດກຳລັງຄວາມສາມາດແກ້ງແຍ້ງ ແລະການເຕີບໂຕເສດຖະກິດຂອງແຕ່ລະປະເທດ.ການປ່ຽນໃຫມ່ ປະດິດຄິດສ້າງແມ່ນທ່າອ່ຽງຊື່ງວິສາຫະກິດຫວຽດນາມບໍ່ອາດປະຕິເສດໄດ້ໃນການປະຕິວັດອຸດສາຫະກຳ 4.0 ນີ້.
TAG
VOV/VOVworld/ວິສາຫະກິດ/ຫັນປ່ຽນດີຈີຕອນ/ເອເລັກໂຕນິກ




.jpg)



