(VOVWORLD) - ວັນທີ 10 ກັນຍາ, ສູນຕາເວັນອອກຕາເວັນຕົກ (East West Center) ທີ່ມີສຳນັກງານຕັ້ງຢູ່ ວໍຊິງຕັນ, ປະເທດ ອາເມລິກາ ໄດ້ປະກາດວ່າຈະຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ webinar ດ້ວຍຫົວຂໍ້ວ່າ “ການທູດວິທະຍາສາດ: ປັດໄຈເພື່ອຫັນປ່ຽນທິດເດີນຢູ່ທະເລຕາເວັນອອກ”, ຄາດວ່າ ຈະດຳເນີນໃນຕອນເຊົ້າວັນທີ 30 ກັນຍາ 2020 (ຕາມເວລາ ອາເມລິກາ).