logo

ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍສຳ​ລັບ 2 ໝ​ູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ

2020/9/17 | 10:46:17
(VOVWORLD) -"ຫວຽດນາມຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້."
ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: baoquocte) 

ວັນທີ 17 ກັນຍາ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງເລື່ອງໃນວັນທີ 9 ກັນຍາ, ໜ້າ Fanpage ຂອງ ສະຖານທູດອາເມລິກາແຂວນແຜນທີ່ຫວຽດນາມ ທີ່ບໍ່ມີໝູ່ເກາະເຈື່ອງຊາ ແລະ ຮ່ວາງຊານັ້ນ. ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:

ຫວຽດນາມຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້. ຫວຽດນາມມີຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງ ສອງໝູ່ເກາະນີ້, ສອດຄ່ອງກັບກົດໝາຍສາກົນ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງຫວຽດນາມ ໄດ້ສະແດງໃຫ້ເຫັນດ້ວຍຫຼາຍຮູບການທີ່ແຕກຕ່າງກັນ, ນັບທັງຢູ່ ສປຊ ແລະ ໄດ້ຮັບການເຄົາລົບ ແລະ ສະໜັບສະໜູນຈາກຫຼາຍປະເທດ”

TAG
VOV/VOVworld/ຫວຽດ​ນາມ/ໝ​ູ່​ເກາະ​ຮ່​ວາງ​ຊາ/ເຈື່ອງ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ