(VOVWORLD) - ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຂຶ້ນຜ່ານທາງອອນລາຍ ໃນລະຫວ່າງວັນທີ 12 – 15 ພະຈິກ, ດ້ວຍຫົວຂໍ້ “ອາຊຽນ ສະໜິດຕະພັນ ແລະ ເປັນເຈົ້າການຮັບມື”. ເນື່ອງໃນໂອກາດນີ້, ທ່ານ Masataka Fujita, ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ (AJC) ໄດ້ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ດ້ວຍຖານະບົດບາດເປັນປະທານ ອາຊຽນ 2020.