logo

ອາ​ຊຽນ 2020: ອາ​ຊຽນ - ອິນ​ເດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກຳ​ນົດ​ທິດ​ການ​ພົວ​ພັນ​ໃນ​ສະ​ຕະ​ວັດ ທີ XXI

2020/11/13 | 07:08:27
(VOVWORLD) -   ຕອນບ່າຍວັນທີ 12 ພະຈິກ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17 ດ້ວຍການເຂົ້າຮ່ວມຂອງ ການນຳບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ອິນເດຍ Marendra Modi, ທ່ານເລຂານຸການໃຫຍ່ອາຊຽນ Lim Jock Hoi.
ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17 (ພາບ: baochinhphu.vn)

ການນຳອາຊຽນ ແລະ ອິນເດຍໄດ້ໃຫ້ຄຳໝັ້ນສັນຍາກຳນົດທິດການພົວພັນລະຫວ່າງ ອາຊຽນ - ອິນເດຍ ໃນສະຕະວັດ ທີ XXI. ອີງໃສ່ບັນດາຄຸນຄ່າລວມ, ການສະຫຼັບກັນລະຫວ່າງບັນດາຊົນຊາດ ແລະ ບັນດາການພົວພັນຕິດຕໍ່ທີ່ມີມາແຕ່ດົນນານ, ບັນດາປະເທດໄດ້ຢັ້ງຢືນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ມີຄຸນຄ່າພິເສດສຳລັບສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນໃນພາກພື້ນ ມະຫາສະມຸດອິນເດຍ, ປາຊີຟິກທີ່ກ້ວາງໃຫຍ່ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.

ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບົດບາດຂອງ ອິນເດຍໃນການຊຸກຍູ້ການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືໃນພາກພື້ນ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ອິນເດຍເຂົ້າຮ່ວມບັນດາຂົງເຂດຮ່ວມມືກັບອາຊຽນຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ, ພ້ອມກັບບັນດາປະເທດ ຕໍ່ສູ້, ຕ້ານໂລກລະບາດ ໂຄວິດ - 19 ເພື່ອຄວາມປອດໄພຂອງປະຊາຊົນ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນທັດສະນະຂອງ ຫວຽດນາມຢ່າງຈະແຈ້ງ ແມ່ນສອດຄ່ອງກັບຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ທີ່ໄດ້ຢັ້ງຢືນຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໃນເດືອນ ມິຖຸນາ 2020, ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53 ໃນເດືອນກັນຍາ 2020 ກໍ່ຄືຢູ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37 ນີ້ ເພື່ອແນໃສ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.

ສິ້ນສຸດກອງປະຊຸມ, ປະທານກອງປະຊຸມໄດ້ອອກຖະແຫຼງການປະທານກ່ຽວກັບໝາກຜົນກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17.

TAG
VOV/VOVworld/ອາ​ຊຽນ 2020/ອິນ​ເດຍ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ