(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 52 ຕາມຮູບການທາງອອນລາຍຫາກໍ່ອັດລົງໃນອາທິດຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງປະທານອາຊຽນ 2020-ຫວຽດນາມ. ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີປະທານອາຊຽນ 2020, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດພາຍໃນກຸ່ມ, ຜັນຂະຫຍາຍການປະຕິບັດບັນດາຂໍ້ລິເລີ່ມ, ການໃຫ້ບຸລິມະສິດດ້ານເສດຖະກິດ ໂດຍຫວຽດນາມ ຍົກອອກມາໃຫ້ແກ່ປະທານອາຊຽນ, ພ້ອມທັງຊຸກຍູ້ການຮ່ວມມືນອກກຸ່ມ ໂດຍບໍ່ຫົວຊາຕໍ່ເລື່ອງບັນດາປະເທດອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ.