logo

ຈີນ - ອາຊຽນ ຜ່ານການພົວພັນທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ຕັ້ງໜ້າມາໄດ້ 3 ທົດສະວັດແລ້ວ

2020/9/9 | 10:48:00
(VOVWORLD) -  ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53, ທີ່ກອງປະຊຸມ ອາຊຽນ - ຈີນ, 2 ຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ການພົວພັນລະຫວ່າງ ອາຊຽນ ແລະ ຈີນ ນັບມື້ນັບສະໜິດຕິດພັນຢ່າງໃກ້ຊິດ, ເປັນຕົ້ນແມ່ນເມື່ອເກີດໂລກລະບາດໂຄວິດ-19 . 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ (ພາບ: TTXVN)

  ກອງປະຊຸມກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ປາດຖະໜາຢາກໃຫ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໄດ້ຮັບການຜັນຂະຫຍາຍໂດຍໄວ. ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Teodoro L. Locsin Jr ເນັ້ນໜັກວ່າ:

        “ການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ແມ່ນສຳຄັນທີ່ສຸດໃນສະພາບການໂລກລະບາດໂຄວິດ-19 ສົ່ງຜົນສະທ້ອນຕໍ່ພາກພື້ນ. ທະເລຕາເວັນອອກມີສະຖຽນລະພາບແມ່ນນອນຢູ່ໃນຄວາມມຸ່ງມາດປາດຖະໜາລວມ ແລະ COC ມີປະສິດທີຜົນ ແລະ ແທດຈິງ ນັ້ນ ຈະປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ດ້ວຍຖານະເປັນປະເທດປະສານງານ, ຟີລິບປີນ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລ ປີ 1982 (UNCOLS 1982)”

        ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ກໍ່ເນັ້ນໜັກວ່າ ຈີນ ແລະ ອາຊຽນ ໄດ້ພ້ອມກັນໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ, ຊອກຫາວິທີການ ເພື່ອແນໃສ່ຊຸກຍູ້ວິວັດທະນາການເຈລະຈາ COC ເພື່ອສາມາດກ້າວໄປເຖິງການສ້າງ COC ໃຫ້ສຳເລັດ ຕາມຫຼັກການເຫັນດີເຫັນພ້ອມໃນເວລາໄວທີ່ສຸດ ເພື່ອເປົ້າໝາຍສັນຕິພາບ ແລະ ສະຖຽນລະພາບຍາວນານໃນໃນພາກພື້ນ./.

TAG
VOV/VOVworld/ຈີນ/ອາຊຽນ/ພັດທະນາ/ຂະຫຍັນຂັນເຄື່ອນ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ