ບັນດານັກໂທດຕາລີບານໄດ້ຮັບການປ່ອຍຕົວຈາກລັດຖະບານອາບການິດສະຖານ (ພາບ: AFP/TTXVN)

ທ່ານ Ashraf Ghani cam ປະທານາທິບໍດີ ໃຫ້ຄຳໝັ້ນສັນຍາວ່າ ຈະຍູ້ໄວການປ່ອຍຕົວບັນດານັກໂທດຕາລີບານ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕາລີບານກໍ່ຊຸກຍູ້ການປ່ອຍຕົວໃຫ້ບັນດາພະນັກງານປ້ອງກັນຄວາມສະຫງົບ ອາບການິດສະຖານ ເຊິ່ງຖືກອົງການນີ້ກັກຕົວ. ຕາມຂໍ້ຕົກລົງສັນຕິພາບ ທີ່ໄດ້ຮັບການລົງນາມລະຫວ່າງ ອາເມລິກາ ແລະ ຕາລີບານເມື່ອເດືອນກຸມພາ 2020 ແລ້ວ, ລັດຖະບານອາບການິດສະຖານຈະປ່ອຍນັກໂທດຕາລີບານ ປະມານ 5000ຄົນ, ໃນຂະນະກຳລັງນີ້ຈະປ່ອຍຕົວ ພະນັກງານປ້ອງກັນຄວາມສະຫງົບ ອາບການິດສະຖານ 1000 ຄົນ.