ການບຸກໂຈມຕີຖືກເກີດຂຶ້ນໃນທ້າຍເດືອນເມສາ 2026, ແຕ່ວ່າຍ້ອນສະພາບການຄວາມໝັ້ນຄົງຂາດສະຖຽນລະພາບ ໄດ້ເຮັດໃຫ້ຊອກຫາຊາກສົບຖືກໂຈະໄວ້ເປັນຫຼາຍມື້.
ໃນວັນທີ 9 ພຶດສະພາ, ຄະນະຮັກສາສັນຕິພາບ ສປຊ ຢູ່ ສປ. ກົງໂກ (MONUSCO) ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບ “ກະແສ” ບຸກໂຈມຕີເຂັ່ນຂ້າສາມັນຊົນຢູ່ພາກຕາເວັນອອກປະເທດນີ້. MONUSCO ໃຫ້ຮູ້ວ່າ, ມີປະຊາຊົນນັບສິບຄົນຖືກເສຍຊີວິດໃນຊຸມວັນມໍ່ໆມານີ້ຢູ່ບັນດາແຂວງ Ituri, ພາກເໜືອ Kivu ແລະ ພາກໃຕ້ Kivu, ແຕ່ບໍ່ເຜີຍລາຍລະອຽດກ່ຽວກັບເຫດການດັ່ງກ່າວ.




