ການ​ເຄື່ອ​ນ​ໄຫວ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ຢູ່ 3 ເສົາ​ທຸກງ​ຊາດ ໃນ​ເກາະ ໂຕ​ໂຕ ໃຫຍ່, ເກາະ ແທັງ​ເລິນ ແລະ ເກາະ ເຈິ່ນ ຂຶ້ນ​ກັບ​ເຂດ​ພິ​ເສດ ໂຕ​ໂຕ, ແຂວງ ກວາງ​ນິງ. ໃນ​ບັນ​ຍາ​ກາດ​ທີ່​ເຄັ່ງ​ຂຶມ, ທຸງ​ແດງ​ດາວ​ເຫຼືອງ​ປິ່ວ​ສະ​ບັດ​ໃນ​ທ້ອງ​ຟ້າ​ຢັ້ງ​ຢືນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ເຈດ​ຈຳ​ນົງ​ອັນ​ສະ​ຫງ່າ​ອົງ​ອາດ ແລະ ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ໂກ​ໂຕ.

ເນື່ອງ​ໃນ​ໂອ​ກາດ​ນີ້, ເຂດ​ພິ​ເສດ ໂກ​ໂຕ ໄດ້​ຈັດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ລະ​ດູ​ຮ້ອນ​ປີ 2026 ດ້ວຍຫຼາຍ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ: ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ ໂກ​ໂຕ, ຕະຫຼາດ​ນັດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ພິ​ເສດ​ຂອງ​ທ້ອງ​ຖິ່ນ, ການ​ລະຫຼິ້ນ​ພື້ນ​ເມືອງ, ງານ​ບຸນ​ປ່ອຍວາວ​ພາຍ​ໃຕ້​ຫົວ​ຂໍ້ “ໂກ​ໂຕ - ບິນ​ຂຶ້ນ​ພ້ອມ​ກັບ​ທະ​ເລ​ສີ​ຂຽວ”. ພິ​ເສດ ແມ່ນ​ລາຍ​ການ​ທຳ​ຄວາມ​ສະ​ອາດ​ຫາດ​ຊາຍ​ທະ​ເລ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ທະ​ເລ​ສີ​ຂຽວ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ນັກ​ຮົບ, ປະ​ຊາ​ຊົນ ພ້ອມ​ດ້ວຍ​ບັນ​ດ​າ​ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ການ​ບໍ​ລິ​ການ ແລະ ທ່ອງ​ທ່ຽວເປັນ​ຈຳ​ນວນຫຼວງຫຼາຍ.