ດ້ວຍຫົວຂໍ້ “ຄວາມສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 1.138 ທ່ານ ແລະ ແຂກຖືກເຊີນ 200 ທ່ານ.
ກອງປະຊຸມໃຫຍ່ຄັ້ງນີ້ ກໍສ້າງຂີດໝາຍຫັນປ່ຽນສຳຄັນເມື່ອບັນດາອົງການການເມືອງ - ສັງຄົມ ແລະ ບັນດາອົງການມະຫາຊົນ ໂດຍພັກ, ລັດມອບໜ້າທີ່ໄດ້ຮັບການສັບຊ້ອນມາສັງກັດແນວໂຮມປະເທດຊາດ ຫວຽດນາມ, ເປີດຄໍາຮຽກຮ້ອງໃໝ່ກ່ຽວກັບການຈັດຕັ້ງກົງຈັກແລະ ແບບວິທີການເຄື່ອນໄຫວ.
ວຽກງານການກະກຽມກອງປະຊຸມໃຫຍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີແບບມີແຜນ. ທ່ານ ຫງວຽນບິ່ງມິງ, ຫົວໜ້າຫ້ອງການຄະນະກຳມະການແນວໂນມປະເທດຊາດ ຫວຽດນາມ, ໃຫ້ຮູ້ວ່າ:
“ອາຍຸການນີ້ໄດ້ກໍ່ສ້າງ 3 ບຸກທະລຸ. ບຸກທະລຸທີ 1 ແມ່ນຕ້ອງປັບປຸງກົນໄກໃຫ້ສົມບູນແບບ ແລະ ພິເວດແມ່ນປ່ຽນແປງໃໝ່ເນື້ອໃນແບບວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນຢ່າງແຮງ. ເນື້ອໃນທີ 2 ແມ່ນຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຕິດຕາມກວດກາການຕີລາຄາສັງຄົມ ຕາມທິດເປັນເຈົ້າການແຕ່ໄວ, ແຕ່ໄວ, ແຕ່ຂອດກໍ່ສ້າງ ຕະຫຼອດຮອດຂອດປະຕິບັດນະໂຍບາຍ. ເນື້ອໃນສຸດທ້າຍຂອງການບຸກທະລຸແມ່ນສ້າງຖັນແຖວພະນັກງານແນວໂຮມປະເທດຊາດ ຫວຽດນາມ ເປັນມືອາຊີບ, ສຸດຈິດສຸດໃຈ, ຕອບສະໜອງຕາມຄຳຮຽກຮ້ອງຂອງສະພາບການໃໝ່”.







