ຕອນບ່າຍວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ກົມ 16 (ກົມໃຫຍ່ 2, ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຈັດພິທີຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. ທ່ານ ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຊີ້ນຳພິທີ.
ເມື່ອກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ພັກ, ລັດ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນຄັ້ງທີ 2 ໃຫ່ແກ່ກົມ 16 ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຢ່າງໃຫຍ່ຫຼວງ, ແຕ່ພ້ອມດຽວກັນນັ້ນກໍແມ່ນຄວາມຮັບຜິດຊອບທີ່ໜັກໜ່ວງທີ່ສຸດຂອງພະນັກງານ, ນັກຮົບຂອງກົມ 16 ເວົ້າສະເພາະ ແລະ ກົມໃຫຍ່ 2 ເວົ້າລວມ ຕ້ອງກຳນົດຢ່າງຈະແຈ້ງ ແລະ ຕັດສິນໃຈປະຕິບັດສຳເລັດໜ້າທີ່ໃນໄລຍະຈະມາເຖິງໃຫ້ດີກວ່າອີກ.
ລັດຖະມົນຕີກະຊວງປ້ອງກັນປະເທດເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພັກ, ການຊີ້ນຳໂດຍກົງ, ເປັນປະຈຳຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະ ຄະນະປະຈຳພັກ, ກອງບັນຊາການກົມໃຫຍ່ 2; ພ້ອມດ້ວຍກຳລັງບົ່ມຊ້ອນ, ທ່າແຮງໃນປັດຈຸບັນ ແລະ ປະຫວັດສາດທີ່ເປັນມູນເຊື້ອອັນສະຫງ່າຂອງຂະແໜງສືບແນມກະຊວງປ້ອງກັນປະເທດ ຫວຽດນາມ, ກົມ 16 ເວົ້າສະເພາະ ແລະ ກົມໃຫຍ່ 2 ເວົ້າລວມ ຈະສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ, ສ້າງໜ້າປະຫວັດສາດທີ່ສະຫງ່າອົງອາດອັນເປັນມູນເຊື້ອ, ສົມກັບຄວາມເຊື່ອໝັ້ນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນ.
ທີ່ພິທີ, ທ່ານພົນເອກ ຟານວັນຢາງ ໄດ້ມອບນາມມະຍົດກຳລັງປະກອບອາວຸດປະຊາຊົນໃຫ້ແກ່ກົມ 16.




