ແຜ່ກະຈາຍຄຸນຄ່າວັດທະນະທຳມະນຸດຜ່ານງານວາງສະແດງສິລະປະ “ດອກບົວເດືອນພຶດສະພາ”
10/05/2026 13:52
[VOVWORLD] - ງານວາງສະແດງສິລະປະ “ດອກບົວເດືອນພຶດສະພາ” ບໍ່ພຽງແຕ່ແມ່ນບ່ອນເຕົ້າໂຮມບຸກຄົນທີ່ມີຈິດໃຈຮັກມັກຄວາມງາມເທົ່ານັ້ນ, ຫາກຍັງຝາກຝັງຈິດໃຈຂອງນັກສິລະປິນ ແລະ ປະຊາຊົນນະຄອນຫຼວງ ທີ່ອາໄລຫາປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 51 ປີ (ວັນທີ 30 ເມສາ 1975 – 30 ເມສາ 2026) ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/05/1890 – 19/05/2026), ຄະນະຄຸ້ມຄອງໜອງ ຮວ່ານກຽມ ແລະ ຄຸ້ມຖະໜົນເມືອງເກົ່າ ຮ່າໂນ້ຍ ໄດ້ໄຂງານວາງສະແດງສິລະປະ ດ້ວຍຫົວຂໍ້ “ດອກບົວເດືອນພຶດສະພາ” ຢູ່ສູນຂໍ້ມູນຂ່າວສານວັດທະນະທຳໜອງ ໂຮ່ເກືອມ (ເຮືອນເລກທີ 2 ເລຖາຍໂຕ).
ໃນທົ່ວເຂດວາງສະແດງແມ່ນສັນຍາລັກດອກບົວ - ສັນຍາລັກຂອງຄວາມໃສສະອາດ, ຍອດຍິ່ງບໍລິສຸດ ແລະ ກໍແມ່ນຮູບພາບທີ່ຕິດພັນກັບຊີວິດ, ບຸກຄະລິກກະພາບທີ່ລຽບງ່າຍແຕ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ.
ຜ່ານສີມືຂອງບັນດາຈິດຕະກອນຍຸກປັດຈຸບັນຄື ນາງ ຖຸ່ຍເຮື່ອງ, ນາງ ຫງວຽນທິທູ, ນາງ ຕະທິແທັງເຕິມ, ນາງ ເລເຮື່ອງ, ເວືອງແມ້ງເລິນ, ດ່າວວັນຕວັນ…, ດອກບົວໄດ້ປະກົດຂຶ້ນດ້ວຍຫຼາຍຮູບຫຼາຍສີ ໃນຫຼາຍວັດຖຸດິບທີ່ແຕກຕ່າງກັນຄື ແພໄໝ, ສີຂັດມັນ ຕະຫຼອດຮອດພາບຂັດສີ ແລະ ເຈ້ຍສາ.
ນັກແຕ້ມແຕ່ລະຄົນລ້ວນແຕ່ມີແບບວິທີສະເພາະຂອງໃຜມັນ ເຊິ່ງສະແດງໃຫ້ເຫັນຢ່າງເລິກເຊິ່ງຈິດໃຈ ແລະ ຄວາມຮັກອັນຫຼົ້ນເຫຼືອຕໍ່ດອກໄມ້ທີ່ຖືຈິດໃຈຂອງຊາດ.
ທ່ານນາງ ໂງທິຖຸ່ຍເຢືອງ - ຫົວໜ້າຄະນະຄຸ້ມຄອງໜອງ ຮວ່ານກຽມ ແລະ ຄຸ້ມຖະໜົນເມືອງເກົ່າ ຮ່າໂນ້ຍ ຢັ້ງຢືນວ່າ ງານວາງສະແດງແມ່ນການລວມສິ່ງຍອດຍິ່ງແຫ່ງຈິນຕະນາການປະດິດຄິດສ້າງຂອງຍຸກທັນສະໄໝບົນພື້ນຖານຂອງມໍລະດົກ, ສ້າງໂສມໜ້າໃໝ່ໃຫ້ແກ່ຮູບປະພັນດອກບົວໃນວິຈິດສິນຍຸກປັດຈຸບັນ.
ຄວາມຫຼາກຫຼາຍກ່ຽວກັບວັດຖຸດິບ ແລະ ຫຼັກການຂີດຂຽນຈາກຕົວຈິງຕະຫຼອດຮອດນາມມະທຳໄດ້ສ້າງເປັນເຂດສິລະປະທີ່ມີຄວາມອຸດົມສົມບູນ, ຊ່ວຍໃຫ້ແຂກທ່ອງທ່ຽວຄຳນຶງໄດ້ເຖິງ “ຈິດໃຈດອກບົວ” ແລະ ບັນດາຄຸນຄ່າວັດທະນະທຳມະນຸດອັນສູງສົ່ງໄດ້ຢ່າງຈະແຈ້ງກວ່າ.
ໜຶ່ງໃນບັນດາຈຸດພົ້ນເດັ່ນອັນເປັນພິເສດຂອງງານວາງສະແດງແມ່ນແຜ່ນບັນທຶກຄວາມຮູ້ສຶກທີ່ມີຄວາມຍາວ 10 ແມັດ. ນັບແຕ່ມື້ໄຂງານວາງສະແດງ, ແຂກທ່ອງທ່ຽວຫຼາຍຄົນໄດ້ບັນທຶກຄວາມຮູ້ສຶກຂອງຄົນ, ຄຳຮູ້ບຸນຄຸນ ແລະ ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດໃສ່ແຜ່ນເຈ້ຍດັ່ງກ່າວ.
ຕາມນັກຈິດຕະກອນ ເຮືອງເລ ແລ້ວ, ເມື່ອສິ້ນສຸດງານວາງສະແດງ, ຈາກບັນດາແຖວຂີດຂຽນຄວາມຮູ້ສຶກທີ່ເຕັມໄປດ້ວຍອາລົມຈິດຂອງປະຊາຊົນນັ້ນ, ບັນດານັກຈິດຕະກອນ ຈະພ້ອມກັນປະດິດຄິດສ້າງໃຫ້ກາຍເປັນພາບແຕ້ມສິລະປະສັງລວມ. ນີ້ແມ່ນຂອງຂວັນທາງດ້ານຈິດໃຈອັນພິເສດ ຝາກເຖິງບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ເຂດພິເສດ ເຈື່ອງຊາ, ອັນໄດ້ສະແດງໃຫ້ເຫັນການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງເຂດດິນຕໍ່ແຜ່ນກັບເຂດທະເລໝູ່ເກາະ.
ງານວາງສະແດງຈະດຳເນີນຮອດວັນທີ 25 ພຶດສະພາ 2026 ຈຶ່ງອັດລົງ.
Tag: