|
ທ່ານ Stephen Biegun ຜູ້ຕາງໜ້າພິເສດຂອງ ອາເມລິກາ ຮັບຜິດຊອບບັນຫາ ສປປ.ເກົາຫຼີ ແລະ ທ່ານ Lee Do – hoon ຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ (ພາບ: Getty Images) |
ຕາມທ່ານ Biegun ແລ້ວ, ປະຕູການເຈລະຈາ ກັບ ສປປ.ເກົາຫຼີ ຍັງເປີດກ້ວາງ ແລະ ອາເມລິກາ ບໍ່ຕັ້ງເງື່ອນໄຂໃດໃຫ້ແກ່ການເຊື່ອມຕໍ່ການເຈລະຈາ ຄືນໃໝ່. ທ່ານ Biegun ໃຫ້ຮູ້ຕື່ມອີກວ່າ: ຝ່າຍ ອາເມລິກາ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບັນດາຄຳໝັ້ນສັນຍາທັງໝົດເຊິ່ງການນຳສອງປະເທດໄດ້ຍົກອອກມາທີ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ສິງກະໂປ ເມື່ອບັນດາການເຈລະຈາຂັ້ນວິຊາການກັບ ສປປ.ເກົາຫຼີ ໄດ້ເຊື່ອມຕໍ່ຄືນໃໝ່. ໃນຂະນະນັ້ນ, ທ່ານ Lee Do – hoon ໄດ້ເນັ້ນໜັ້ກ: “ການເຈລະຈາບໍ່ແມ່ນການເລືອກເຟ້ນຫາກແມ່ນສິ່ງຈຳເປັນຕ້ອງເຮັດ”.






