ນັບ​ແຕ່​ທ້າຍ​ເດືອນ​ເມ​ສາ, ບັນ​ຍາ​ກາດ​ແຂ່ງ​ຂັນ​ມຸ່ງ​ໄປ​ເຖິງວັນ​ກຳ​ມະ​ກອນ​ສາ​ກົນ ແລະ ເດືອນ​ກຳ​ມະ​ກອນ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄຶກ​ຄື້ນ​ຢູ່ຫຼາຍ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ. ທ່ານ ຫງວຽ​ນ​ແອັງ​ຕວັນ, ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ:

“ວັນ​ກຳ​ມະ​ກອນ​ສາ​ກົນ​ຖືກ​ຈັດ​ຂຶ້ນ ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ “ເດືອນ​ກຳ​ມະ​ກອນ”, ກາຍ​ເປັນ​ບັ້ນ​ເຄື່ອນ​ໄຫວ​ຈຸດ​ສູງ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ, ປຸກ​ລຸກ​ຈິດ​ໃຈ​ສາ​ມັກ​ຄີ, ແຂ່ງ​ຂັນ​ອອກ​ແຮງ​ງານ​ເກັ່ງ, ອອກ​ແຮງ​ງານ​ປະ​ດ​ິດ​ຄິດ​ສ້າງ, ສ້າງ​ສາຍ​ພົວ​ພັນ​ແຮງ​ງານ​ຢ່າງ​ກົມ​ກ່ຽວ, ມີ​ສະ​ຖຽນ​ລະ​ພາບ ແລະ ກ້າວ​ໜ້າ; ເພີ່ມ​ທະ​ວີ​ການ​ນຳ​ພາຂອງ​ຄະ​ນະ​ພັກ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ໃນ​ການ​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ຈິດ​ໃຈ​ກຳ​ມະ​ກອນ​ສາ​ກົນ​ຢູ່ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ຈິດ​ໃຈ​ສາ​ມັກ​ຄີ​ຕໍ່​ສູ້​ຂອງ​ຜູ້ອອ​ກ​ແຮງ​ງານເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສັນ​ຍາ​ລັກ​ຂອງ​ເຈດ​ຈຳ​ນົງ​ບືນ​ຕົວ​ຂຶ້ນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຫວຽດ​ນາມ ສັງ​ຄົມ​ນິ​ຍົມ”.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ ຫງວຽນ​ແອັງ​ຕວັນ ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ຝາກ​ຈົດ​ໝາຍອວຍ​ພອນ​ເຖິງ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ກຳ​ມະ​ກອນ​ສາ​ກົນ ຄົບ​ຮອບ 140 ປີ (01/5/1886 - 01/5/2026).