ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 - ວັນ​ທີ 30 ເມ​ສາ 2026) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ, ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຢູ່​ຄ​ະ​ນະ​ຮັກ​ສາ​ສ​ັນ​ຕິ​ພາບ ສ​ປ​ຊ ປະ​ຈຳ ຊູ​ດັງ​ໃຕ້ ໄດ້​ຜັນ​ຂະ​ຫຍາຍຫຼາຍ​ກິດ​ຈະ​ກຳ​ທີ​່​ແທດ​ຈິງ, ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ຮູບ​ພາບ​ຂ​ອ​ງ​ປະ​ເທດ​ຊາດ, ມະ​ນຸດ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ ຫວຽດ​ນາມ ທີ່​ສະ​ໜິດ​ສະ​ໜົມ, ມີ​ຄວາມ​ຮັບ​ຜິດ​ຊອບ​ເຖິງ​ປະ​ຊາ​ຄົມ​ສາ​ກົນ.

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ. ຜ່ານ​ການ​ເຄື່ອນ​ໄຫວ, ບັນ​ດາ​ພະ​ນັກ​ງານ​ນັກ​ຮົບ​ບໍ່​ພຽງ​ແຕ່​ແນະ​ນຳ​ເຖິງ​ເພື່ອນ​ມິດ​ສາ​ກົນ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເອ​ກະ​ລັກ​ຂອງ​ຊາດ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງ​ເຂດ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ນາໆ​ຊາດ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຊຸກ​ຍູ້​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ.

ເນື່ອງ​ໃນ​ໂອ​ກາດ​ນີ້, ກຳ​ລັງ ຫວຽດ​ນາມ ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຂົນ​ຂວາຍ​ປະ​ຊາ​ຊົນ, ກາ​ນ​ເຄື່ອນ​ໄຫວ​ກຸ​ສົນ​ຢູ່​ເຂດ​ປົກ​ປ້ອງ​ສາ​ມັນ​ຊົນ (POC) Bentiu.

ໃນ​ເວ​ລາ​ພົບ​ປະ​ແລກ​ປ່ຽນ, ພະ​ນັກ​ງານ, ນັກ​ຮົບ ຫວຽດ​ນາມ ກໍ​ໄດ້​ແບ່ງ​ປັນ​ກັບ​ເພື່ອນ​ມິດ​ສາ​ກົນ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ​ກ່ຽວ​ກັບ​ຄ​ວາມ​ໝາຍ​ປະ​ຫວັດ​ສາດ​ຂອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ, ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ພັດ​ທະ​ນາ​ຂອງ​ຊາດ ຫວຽດ​ນາມ.