ກະ​ຊວງ​ການ​ຕ່າງ​ປະ​ເທດ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ຈະ​ສືບ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ໂດຍ​ຜ່ານ​ການ​ຮັກ​ສາ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ເປີດ ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ, ພ້ອມ​ທັງ​ຕັ້ງ​ໜ້າ​ຊຸກ​ຍູ້​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ຝ່າຍ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ ບັນ​ດາ​ຂໍ້​ສະ​ເໜີ, ນັບ​ທັງ​​ຂໍ້​ສະ​ເໜີໃໝ່ ແລະ ເກົ່າ, ຍັງ​ຄົງສືບ​ຕໍ່​ໄດ້​ຍົກ​ອ​ອກ​ມາ​ປຶກ​ສາ​ຫາ​ລື.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Sanae Takaichi ກໍ​ສະ​ແດງ​ຄວາມ​ຫວັງ​ຕໍ່​ບັນ​ດາ​ຮອບ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່ ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ ແລະ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຊຸດ​ທ້າຍ. ໃນ​ຂະ​ນະ​ນັ້ນ, ໂຄ​ສົກ​ວັງ Kremlin, ທ່ານ Dmitry Peskov ໃຫ້​ຮູ້​ວ່າ ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ປັດ​ຈຸ​ບັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ຖ້າ​ຈຳ​ເປັນ. ເຖິງ​ຢ່າງ​ໃດ​ກໍ​ຕ​າມ, ທ່ານ Peskov ເນັ້ນ​ໜັກ​ວ່າ ບໍ່​ວ່າ​ການ​ເຂົ້າ​ຮ່ວມ​ໃດ​ຂອງ ລັດ​ເຊຍ ກໍ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ.