ອາເມລິກາ, ອັງກິດມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີ
17/12/2019 09:13
(VOVWORLD) -ວັນທີ 16 ທັນວາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ໄດ້ມີການເຈລະຈາທາງໂທລະສັບ, ພາຍຫຼັງ ສອງ ສາມວັນ ທີ່ພັກນິຍົມຮັກສາເດີມຂອງທ່ານ Boris Johnson ຍາດເອົາໄຊຊະນະ ແລະ ກວມເອົາທີ່ນັ່ງ ສ່ວນຫຼາຍ ຢູ່ສະພາແຫ່ງຊາດອັງກິດ.

ໃນການເຈລະຈາທາງໂທລະສັບ, ການນຳ 2 ປະເທດ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການພົວພັນສອງຝ່າຍ, ຄວາມສາມາດບົ່ມຊ້ອນໃນບັນດາຂົງເຂດຄື ຄວາມໝັ້ນຄົງ ແລະ ການຄ້າ, ລວມມີການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີທີ່ເຕັມໄປດ້ວຍແງ່ຫວັງ. ກ່ອນໜ້ານັ້ນ, ທ່ານ Donald Trump ເຄີຍເຕື້ອງເຖິງຂໍ້ຕົກລົງການຄ້າສອງຝ່າຍກັບ ອັງກິດ ເປັນຫຼາຍຄັ້ງພາຍຫຼັງ ທີ່ປະເທດນີ້ຖອນຕົວອອກຈາກ ສະຫະພາບ ເອີລົບ. ໃນວັນດຽວກັນທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ ແລະ ອັງກິດຈະເລີ່ມຕົ້ນປຶກສາຫາລືຂໍ້ຕົກລົງການຄ້າໂດຍໄວ, ແຕ່ກໍ່ບໍ່ຮູ້ວັນເວລາຢ່າງລະອຽດ. ຟ້າມຮວນ - ນັກຂ່າວ VOV ປະຈຳອາເມລິກາ
TAG
VOV/VOVworld/ອັງກິດ/ຈີນ
Related
More




