ທ່ານເວືອງດິ່ງເຫ້ວເລຂາທິການຄະນະພັກນະຄອນຮ່າໂນ້ຍ ແລກປ່ຽນກັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳຫວຽດນາມ (ພາບ: hanoimoi.com.vn) |
ເມື່ອແບ່ງປັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງຮ່າໂນ້ຍໃນໄລຍະທີ່ຜ່ານມາ, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ: ນະຄອນໄດ້ເຂົ້າຮ່ວມຢ່າງຂ້ຽວຂາດ ແລະ ມາຮອດປັດຈຸບັນ, ນະຄອນສາມາດຄວບຄຸມ ໂລກລະບາດໄດ້ໂດຍພື້ນຖານ, ຮັບປະກັນ ຊີວິດອິນຊີ ແລະ ການດຳລົງຊີວິດຂອງປະຊາຊົນ, ຜ່ານນັ້ນສ້າງປະຖົມປັດໄຈເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ. ທ່ານ ກໍ່ໃຫ້ຮູ້ວ່າ: ປັດຈຸບັນ, ນະຄອນໄດ້ມີແຜນການຟື້ນຟູເສດຖະກິດຢ່າງຮອບດ້ານ, ສູ້ຊົນບັນລຸການ ເຕີບໂຕໃຫ້ໄດ້ໃນລະດັບທົບ 1.3 ເທົ່າເມື່ອທຽບໃສ່ການສະເລ່ຍລວມຂອງທົ່ວປະເທດ, ຮັບປະກັນລາຍຮັບ - ລາຍຈ່າຍຂອງງົບປະມານ.
ສ່ວນທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ຫວຽດນາມ ເນັ້ນໜັກວ່າ ຮ່າໂນ້ຍມີບົດບາດສຳຄັນທີ່ສຸດໃນການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ທ່ານກໍ່ຢັ້ງຢືນວ່າ ການຄວບຄຸມໂລກລະບາດ ແມ່ນປະຖົມປັດໄຈສຳຄັນເພື່ອດຶງດູດວິສາຫະກິດຕ່າງປະເທດສືບຕໍ່ຍູ້ແຮງການລົງທຶນເຂົ້ານະຄອນ.







