ທ່ານ Alex Wong ທູດພິເສດຮັບຜິດຊອບບັນຫາກ່ຽວກັບ ສປປ.ເກົາຫຼີ (ພາບ: Yonhap) |
ກ່າວຄຳເຫັນທີ່ກອງປະຂຸມປຶກສາຫາລືຢູ່ສະຖາບັນ Hudson, ທ່ານ Alex Wong ໄດ້ເນັ້ນໜັກວ່າ ນັ້ນບໍ່ພຽງແຕ່ແມ່ນການພົບປະຂັ້ນການນຳເທົ່ານັ້ນ. ຫາກກຸ່ມເຈລະຈາຂອງ 2 ປະເທດກໍ່ໄດ້ພົບປະກັນອີກ. ພວກຂ້າພະເຈົ້າຕ້ອງມານະພະຍາຍາມ ແລະ ເຮັດວຽກຢ່າງລະອຽດ ເພື່ອສ້າງຂັ້ນຕອນໃຫ້ມີຄວາມດຸ່ນດ່ຽງກັນ, ສອດຄ່ອງກັບຜົນປະໂຫຍດຂອງທັງ ອາເມລິກາ ແລະ ສປປ.ເກົາຫຼີ.
ແລະກໍ່ຕາມທ່ານ Alex Wong ແລ້ວ, ອາເມລິກາ ຈະມຸ່ງໄປເຖິງການຮັກສາບັນດານະໂຍບາຍລົງໂທດ ເວັ້ນເສຍແຕ່ກໍລະນີ ສປປ.ເກົາຫຼີ ສະແດງໃຫ້ເຫັນວ່າ ປະເທດນີ້ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບບັນຫາປອດນິວເຄຼຍ.







