ອີ​ຣານ ໄດ້ເລີ່ມ​ຫລຸດ​ຜ່ອນ​ປະ​ລິ​ມານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ດິບ​ໃນ​ສະ​ພາບ​ການ​ສົ່ງ​ອອກ​ຖືກ​ຫລຸດ​ລົງ​ແຮງ​ຍ້ອນ​ການ​ກະ​ທົບ​ຈາກ​ຄຳ​ສັ່ງ​ປິດ​ລ້ອມ​ຂອງ ອາ​ເມ​ລິ​ກາ​ ຢູ່​ຊ່ອງ​ແຄບ​ທະ​ເລ Hormuz, ພ້ອມ​ທັງ​ຄວາມ​ສ່ຽງ​ການ​ປະ​ທະ​ກັນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ແຮງ ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ຕົກ​ເ​ຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ.

ບັນ​ດາ​ແຫຼ່ງ​ຂ່າວ​ສື່ມວນ​ຊົນ​ພາກ​ພື້ນ​ໃຫ້​ຮູ້​ວ່າ ຄຳ​ສັ່ງ​ປິດ​ລ້ອມ​ໄດ້​ເຮັດ​ໃຫ້​​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ອີ​ຣານ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ອອກ​ໄປ​ສູ່​ເຂດ​ທະ​ເລ​ສາ​ກົນ ພາ​ໄປ​ເຖິງ​ປະ​ລິ​ມານ​ນ້ຳ​ມັນ​ສົ່ງ​ອອກ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ​ໃນ​ຊຸມ​ອາ​ທິດມໍ່ໆ​ມານີ້. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ຮາກ​ຖານ​ສະ​ສົມ​ພາຍ​ໃນ​ປະ​ເທດ​ພວມ​ຄ່ອຍ​ໆເຕັມ ​ຊື່ງ​ບັງ​ຄັບ​ໃຫ້ ເຕ​ເຮ​ຣານ ຕ້ອງ​ດັດ​ສົມ​ປະ​ລິ​ມານ, ພິ​ເສດ​ແມ່ນ​ຢູ່​ບັນ​ດາບໍ່​ນ້ຳ​ມັນ​ເກົ່າ ແລະ ຍາກ​ທີ່​ຈະ​ຟື້ນ​ຟູ​ໄດ້ ຖ້າ​ຢຸດ​ຕິ​ການ​ຂຸດ​ຄົ້ນ. ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຣານ ຍອມ​ຮັບ​ວ່າ ຖັນ​ແຖວ​ນັກ​ວິ​ສາ​ວະ​ກອນ​ຂອງ​ປະ​ເທດນີ້ ພວມ​ດັດ​ສົມ​ຢ່າງ​ຕໍ່​ເນື່ອງ​ ການ​ເຄື່ອນ​ໄຫວ​ຂອງ​ນ້ຳ​ມັນ​ອາຍ​ແກັດ ໃນ​ເງື່ອນ​ໄຂ​ການ​ຜະ​ລິດ​ຖືກ​ຂາດ​ວັກ​ຂາດ​ຕອນ ແລະ ຕ້ອງ​ເລີ່ມ​ຕົ້ນ​ໄໝ່​ເປັນຫຼາຍ​ເທື່ອ. ຜູ້​ຕາງ​ໜ້າ​ຂະ​ແໜງ​ສົ່ງ​ອອກ​ນ້ຳ​ມັນ​ອາຍ​ແກັດ ອີ​ຣານ ໃຫ້​ຂໍ້​ສັງ​ເກດ​ວ່າ ປະ​ເທດນີ້ ມີ​ບົດ​ຮຽນ​ປະ​ສົບ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ຄ້າຍ​ຄື​ກັນ ແຕ່​ກຳ​ລັງ​ດັນ​ໃນ​ປະ​ຈຸ​ມັນ​ແມ່ນ​ໃຫ່​ຍຫຼວງ​ທີ່​ສຸດ.