ຕອນເຊົ້າວັນທີ 3 ພຶດສະພາ, ກົມສະຖິຕິ (ກະຊວງການຕ່າງເງິນ ຫວຽດນາມ) ໄດ້ປະກາດບົດລາຍງານສະພາບການເສດຖະກິດສັງຄົມ ເດືອນເມສາ ແລະ 4 ເດືອນຕົ້ນປີ 2026. ໃນສະພາບການເສດຖະກິດໂລກ ມີການຜັນແປຫຼາຍຢ່າງ, ມີຂົງເຂດເສດຖະກິດປາຍແຫຼມຈຳນວນໜຶ່ງຂອງ ຫວຽດນາມ ຍັງຮັກສາທ່າເຕີບໂຕຢ່າງຕັ້ງໜ້າ.
ລະອຽດແມ່ນ, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳໃນເດືອນເມສາເພີ່ມຂຶ້ນ 3% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ. ໄລ່ລວມ 4 ເດືອນຕົ້ນປີ 2026, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ຂະແໜງປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນ 9,9%, ປະກອບສ່ວນ 7,8% ໃນລະດັບເພີ່ມຂຶ້ນລວມ. ສີ່ເດືອນຜ່ານມາ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 8,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ແລະ ຢູ່ລະດັບສູງທີ່ສຸດຂອງ 4 ເດືອນທຳອິດໃນທຸກປີນັບແຕ່ກ່ອນມາຮອດປັດຈຸບັນ.








