ໃນຫ້ອງຮຽນທີ່ມີເນື້ອທີ່ກວ້າງກວ່າ 50 ຕາແມັດ ຢູ່ວັດ ເຟີດຕິກ, ມີຜູ້ຮຽນ ພາສາ ຫວຽດ ຂັ້ນພື້ນຖານ ແລະລະດັບສູງກວ່າ 20 ຄົນ ພວມຕັ້ງໃຈຮັບຟັງຄູສອນເພື່ອຮັບເອົາຄວາມຮູ້. ນີ້ແມ່ນຊຸດຮຽນພາສາ ຫວຽດ ໂດຍບໍ່ເກັບຄ່າໃຫ້ແກ່ລູກຫຼານຊາວ ຫວຽດນາມ ອາໄສ ຢູ່ ລາວ, ນັບທັງຊາວ ລາວ ທີ່ຮັກມັກຮຽນພາສາ ຫວຽດ. ຫ້ອງຮຽນພາສາ ຫວຽດ ຂັ້ນພື້ນຖານ ຈະສຸມໃສ່ບັນດາທັກສະການຟັງ, ການເວົ້າ, ການອ່ານ, ການຂຽນ ເພື່ອຊ່ວຍໃຫ້ຜູ້ຮຽນ ສາມາດພົວພັນແລກປ່ຽນດ້ວຍພາສາ ຫວຽດ; ຫ້ອງຮຽນພາສາ ຫວຽດ ລະດັບສູງ ໄດ້ເປີດກວ້າງຄວາມຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດຂອງ ຫວຽດນາມ ແລະ ສຳລັບບັນດາຜູ້ຮຽນທີ່ໄດ້ຮຽນສຳເລັດຫຼັກສູດພາສາ ຫວຽດ ຂັ້ນພື້ນຖານແລ້ວ.
ຜູ້ຮຽນແຕ່ລະຄົນຕ່າງກໍເຮັດວຽກໃນຂະແໜງອາຊີບທີ່ແຕກຕ່າງກັນ ແລະ ຢູ່ໃນຫຼາຍເກັນອາຍຸທີ່ແຕກຕ່າງກັນ ແຕ່ທັງໝົດລ້ວນແຕ່ມີຄວາມເມົາມົວ, ຮັກມັກດຽວກັນ ນັ້ນແມ່ນຮຽນພາສາ ຫວຽດ ແລະ ມີຄວາມປາດຖະໜາຢາກຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ຕື່ມອີກ. ເຖິງວ່າຫາກໍສຳເລັດຊຸດຮຽນພາສາ ຫວຽດ ຂັ້ນພື້ນຖານກ່ອນນີ້ບໍ່ດົນ ແຕ່ເອື້ອຍ ນົກພະລິນ ອິນທະລືໄຊ, ປັດຈຸບັນ ພວມເຮັດວຽກຢູ່ທະນາຄານຮ່ວມທຸລະກິດ ລາວ - ຫວຽດ ຮູ້ສຶກໝັ້ນໃຈເມື່ອນຳໃຊ້ພາສາ ຫວຽດ ໃນວຽກງານປະຈຳວັນ. ເອື້ອຍໄດ້ເຂົ້າຮ່ວມຊຸດຮຽນພາສາ ຫວຽດ ລະດັບສູງ ເພື່ອພົວພັນແລກປ່ຽນກັບລູກຄ້າຊາວ ຫວຽດນາມ ທີ່ພວມເຮັດວຽກຢູ່ລາວ ໃຫ້ດີກວ່າອີກ. ເອື້ອຍ ນົກພະລິນ ອິນທະລືໄຊ ແບ່ງປັນວ່າ:
“ກ່ອນນີ້, ຂ້າພະເຈົ້າຍັງບໍ່ຮູ້ພາສາ ຫວຽດ, ເມື່ອພົບປະກັບລູກຄ້າ, ຂ້າພະເຈົ້າຕ້ອງໃຊ້ພາສາ ລາວ ແລະ ມີລູກຄ້າຫຼາຍຄົນທແມ່ນຄົນ ຫວຽດບໍ່ຮູ້ພາສາ ລາວ. ພາຍຫຼັງທີ່ຂ້າພະເຈົ້າຮູ້ພາສາ ຫວຽດນາມ ແລ້ວ ການແນະນຳບັນດາຜະລິດຕະພັນໃຫ້ລູກຄ້າທີ່ເປັນຄົນ ຫວຽດ ກໍໄດ້ດີກວ່າເກົ່າ”.
ໂດຍເປັນຄົນທີ່ຕິດພັນກັບບັນດາຊຸດສອນພາສາ ຫວຽດ ໂດຍບໍ່ເກັບຄ່າຢູ່ວັດ ເຟີດຕິກ ນັບແຕ່ຫົວທີ, ເອື້ອຍ ແສງມະນີ ພິລາວົງ, ຄູສອນພາສາ ຫວຽດ ຢູ່ ວັດ ໃຫ້ຮູ້ວ່າ: ລາວເຄີຍຮຽນມະຫາວິທະຍາໄລຢູ່ ຫວຽດນາມ ເປັນເວລາ 5 ປີ, ສະນັ້ນ ຈຶ່ງຢາກແບ່ງປັນບັນດາວິທີຮຽນພາສາໃຫ້ໄວທີ່ສຸດ, ມີປະສິດທິຜົນທີ່ສຸດເຖິງບັນດາຜູ້ຮຽນ; ພ້ອມດຽວກັນນັ້ນ ກໍໝູນໃຊ້ວິທີສິດສອນທີ່ເໝາະສົມ, ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ ເພື່ອໃຫ້ການຮຽນມີຄວາມຈັບອົກຈັບໃຈກວ່າ, ຜ່ານນັ້ນ ກໍຊ່ວຍເຜີຍແຜ່ຄວາມຮັກມັກພາສາ ແລະ ວັດທະນະທຳ ຫວຽດນາມ ເຖິງບັນດາເພື່ອນລາວ. ເອື້ອຍ ແສງມະນີ ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ສົມທົບວັດທະນະທຳ ຫວຽດນາມ ແລະ ວັດທະນະທຳ ລາວ ເຂົ້າກັນເພື່ອໃຫ້ບັນດາຜູ້ຮຽນກຳໄດ້ ແລະ ເຂົ້າໃຈພາສາ ຫວຽດ ກໍຄື ເຂົ້າໃຈໄດ້ວັດທະນະທຳ ຫວຽດນາມ ”.
ບັນດາຊຸດຮຽນພາສາ ຫວຽດ ແບບບໍ່ເກັບຄ່າ ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັບສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ແລະ ວັດເຟີດຕິກ ຈັດຕັ້ງແຕ່ເດືອນມິຖຸນາ 2023. ປັດຈຸບັນນີ້, ມີຄູສອນທັງຄົນຫວຽດນາມ ແລະຄົນລາວ 7 ຄົນທີ່ອາສາສະໝັກເຂົ້າຮ່ວມການສິດສອນພາສາ ຫວຽດ. ເພື່ອໃຫ້ພາສາ ຫວຽດ ໄດ້ຮັບການຮັກສາ, ພັດທະນາ ແລະ ແຜ່ກະຈາຍຢູ່ ລາວ ຢ່າງແຮງນັ້ນ, ທ່ານ ນາງ ຫງວຽນທິທ້ວນ, ທີ່ປຶກສາ, ຜູ້ປະຈຳການພະແນກວຽກງານຊຸມຊົນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ:
“ໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຄາດວ່າຈະສືບຕໍ່ເປີດບັນດາຊຸດຮຽນພາສາ ຫວຽດ ດ້ວຍຫຼາຍລະດັບທີ່ແຕກຕ່າງກັນ ແລະ ອາດຈະເປີດຫ້ອງຮຽນຕື່ມອີກຢູ່ວັດແຫ່ງຕ່າງໆໃນນະຄອນຫຼວງ ວຽງຈັນ ”.
ໂດຍດຳເນີນການຮຽນການສອນໃນມື້ວັນຈັນ, ວັນພຸດ ແລະ ວັນສຸກຂອງທຸກໆອາທິດ, ບັນດາຊຸດຮຽນພາສາ ຫວຽດ ຢູ່ວັດ ເຟີດຕິກ ຈະແກ່ຍາວແຕ່ 3 ຫາ 4 ເດືອນ ໂດຍບໍ່ເກັບຄ່າ. ເມື່ອຈົບຫຼັກສູດຮຽນ, ບັນດາຜູ້ຮຽນຈະເຂົ້າຮ່ວມການເສັງຕີລາຄາ ແລະ ໄດ້ຮັບໃບຢັ້ງຢືນສຳເລັດຊຸດຮຽນພາສາ ຫວຽດ ຈາກ ສະຖານທູດ ຫວຽດນາມ ປະຈຳ ລາວ.
ນອກຈາກນັ້ນແລ້ວ, ໃນບໍລິເວນວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ ຍັງມີພື້ນທີ່ພິເສດ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແລະ ເພື່ອນລາວຫຼາຍຄົນ: ນັ້ນແມ່ນຕູ້ປຶ້ມເປັນພາສາ ຫວຽດ. ນີ້ບໍ່ພຽງແຕ່ແມ່ນບ່ອນເກັບຮັກສາປຶ້ມຫຼາຍກວ່າ 500 ຫົວເທົ່ານັ້ນ, ຫາກຍັງເປັນຈຸດນັດພົບທີ່ລື້ງເຄີຍຂອງບັນດາຜູ້ຮຽນໃນຫ້ອງຮຽນພາສາ ຫວຽດ ໂດຍບໍ່ເກັບຄ່າຢູ່ວັດແຫ່ງນີ້, ທັງແມ່ນ “ຂົວຕໍ່” ຫຼໍ່ລ້ຽງຄວາມຮັກພາສາ, ວັດທະນະທຳ ແລະ ພູມປັນຍາ ຫວຽດນາມ ຢູ່ດິນແດນ ລາວ ອີກດ້ວຍ./.








