ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງບົດບາດ, ຄວາມສຳຄັນຂອງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ພ້ອມທັງເຫັນດີເປັນເອກະພາບ ເພີ່ມທະວີກວ່າອີກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ລະຫວ່າງບັນດາກຳມາທິການສະເພາະກິດຂອງສະພາແຫ່ງຊາດສອງປະເທດ, ກໍ່ຄືເພີ່ມທະວີການເຄື່ອນໄຫວ ແລະ ຮ່ວມມືຂອງກຸ່ມສະມາຊິກລັດຖະສະພາສອງປະເທດ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາເພດຍິງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ຈະບູລະນະບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ ກັບບັນດາປະເທດໂດຍໄວ, ໃນນັ້ນ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ ຍີ່ປຸ່ນ ຍາມໃດກໍສວມບົດບາດສຳຄັນທີ່ສຸດ.
ທ່ານນາງ Takaichi ເນັ້ນໜັກວ່າ ຍີ່ປຸ່ນ ສະໜັບສະໜູນ ພາລະກິດແຫ່ງການປະຕິວັດ ແລະ ບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ, ແລະ ຢັ້ງຢືນວ່າ ຍີ່ປຸ່ນ ປາດຖະໜາຢາກຮ່ວມເດີນທາງກັບ ຫວຽດນາມ ໃນໄລຍະພັດທະນາໃໝ່, ເພີ່ມທະວີການຮ່ວມມື ແລະ ພົບປະແລກປ່ຽນຜ່ານຊ່ອງທາງພັກ, ສະພາແຫ່ງຊາດ; ສືບຕໍ່ໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ຄ້ຳປະກັນຄວາມໝັ້ນຄົງດ້ານເສດຖະກິດ, ພະລັງງານ, ໃຫ້ບຸລິມະສິດສູງກ່ຽວກັບການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີສູງກັບ ຫວຽດນາມ ໃນໄລຍະຈະມາເຖິງ.






