ຢູ່ແຄ້ງຮວ່າ, ເຂດບ້າຍຢາຍ (ກາມແຣງ) ບັນດາສະຖານທີ່ພັກຜ່ອນລະດັບສູງ ດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼາຍ, ສ່ວນຫຼາຍແມ່ນບັນດາຄອບຄົວ. ດ້ວຍກວ່າ 70.000 ຫ້ອງພັກໃນທົ່ວແຂວງ, ຂະແໜງທ່ອງທ່ຽວໄດ້ຕອບສະໜອງຄວາມຕ້ອງການເພີ່ມຂຶ້ນສູງໃນວັນບຸນພັກໂດຍພື້ນຖານ.
ຈຳນວນແຂກທ່ອງທ່ຽວກວ່າ 5 ແສນຄົນແມ່ນຕົວເລກສະຖິຕິຂອງຂະແໜງທ່ອງທ່ຽວແຂວງ ລາວກາຍ ໃນວັນພັກການ 30/4- 1/5 ປີນີ້, ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ຄາດວ່າ ລາຍຮັບບັນລຸປະມານ 1.250 ຕື້ດົ່ງ (ກວ່າ 47 ລ້ານ USD). ພິເສດ, ຈຸດສຸມແມ່ນເມືອງ ຊາປາ ຕ້ອນຮັບແຂກທ່ອງທ່ຽວກວ່າ 182.000 ເທື່ອຄົນ.
ຢູ່ຕາແສງ ຫວູງເຕົາ, ນະຄອນ ໂຮ່ຈີມິນ ຈຳນວນແຂກທ່ອງທ່ຽວມາທ່ຽວບັນດາຫາດຊາຍຢູ່ທີ່ນີ້ໄລ່ສະເລ່ຍປະມານ 70.000 ເທື່ອຄົນຕໍ່ວັນ ໃນວັນພັກ. ຢູ່ ກ໋ວາງນິງ, ໄລ່ສະເພາະໃນວັນທີ 1 ພຶດສະພາ, ທ້ອງຖິ່ນຕ້ອນຮັບແຂກປະມານ 290.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວພາຍໃນປະເທດກວມເອົາ 97%.
ຢູ່ ດ່ານັ້ງ, ຄາດວ່າ ຈຳນວນແຂກທ່ອງທ່ຽວມາທ່ຽວນະຄອນໃນໂອກາດນີ້ ເພີ່ມຂຶ້ນກວ່າ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.






