ອາເມລິກາຮຽກຮ້ອງອິນເດຍແລະປາກິດສະຖານຮັກສາການໂອ້ລົມສົນທະນາ
10/01/2016 08:35
(vovworld)- ວັນທີ 9/1, ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໄດ້ມີການໂອ້ລົມສົນທະນາກັບນາຍົກລັດຖະມົນຕີ

ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ພາບ:internet (vovworld)- ວັນທີ 9/1, ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໄດ້ມີການໂອ້ລົມສົນທະນາກັບນາຍົກລັດຖະມົນຕີ ປາກິສະຖານ Nawaz Sharif, ໃນນັ້ນ ສະແດງຄວາມປາດຖະຫນາວ່າ: ປາກິດສະຖານ ແລະ ອິນເດຍ ຈະສືບຕໍ່ເຈລະຈາໂດຍບໍ່ຫົວຊາຕໍ່ບັນດາກຳລັງກໍ່ການຮ້າຍພວມຊອກວິທີທຳລາຍບັນດາຄວາມມານະພະຍາຍາມນີ້. ຫ້ອງວ່າການນາຍົກລັດຖະມົນຕີ ປາກິດສະຖານ ໄດ້ຄັດຄຳເວົ້າຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ ໂດຍເນັ້ນຫນັກເຖິງຄວາມຈຳເປັນຂອງການສືບຕໍ່ເຈລະຈາລະຫວ່າງອິນເດຍ ແລະ ປາກິດສະຖານ ເພື່ອຮັກສາສະຖຽນລະພາບຂອງພາກພື້ນ ພ້ອມທັງເຊີດຊູບົດບາດຊີ້ນຳນຳພາຂອງນາຍົກລັດຖະມົນຕີສອງປະເທດໃນການຮັບປະກັນການໂອ້ລົມສົນທະນາ.
TAG
vovworld/ໂອ້ລົມສົນທະນາ
Related






