VOV WorldVOV World
ອາຊຽນເພີ່ມທະວີຄວາມສາມາດຮັບມືຕໍ່ໄພທຳມະຊາດ
30/05/2013 10:45
ໄຂ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ຝ່າຍ​ກ່ຽວຂ້ອງ​ປະຕິບັດ​ສັນຍາ​ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ກ່າ​ວຄຳ​ປາໄສໄຂ ກອງ​ປະຊຸມ​ ພາບ:baomoi.com   (vovworld)-  ຕອນ​ເຊົ້າ​ວັນ​ທີ 30/5 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າ​ວຄຳ​ເຫັນ​ໄຂ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ຝ່າຍ​ກ່ຽວຂ້ອງ​ປະຕິບັດ​ສັນຍາ​ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ຮັບ​ມື​ຢ່າງ​ຮີບ​ດ່ວນ​ຄັ້ງ​ທີ 2 (COP2). ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ​: ​ໃນ 10 ປີ​ມໍ່ໆ​ມາ​ນີ້, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ​ຍ້ອນ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ​ຢູ່​ຫວຽດນາມ​ແມ່ນ​ຂຶ້ນ​ເຖິງ​ປະມານ 300 ຄົນ/ປີ. ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນ​​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ກວມ​ເຖິງ 1,5% GDP. ຫວຽດນາມ ​ໄດ້​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່​ຽວກັບ​ການ​ປ້ອງ​ກັນ, ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ​ຮອດ​ປີ 2020, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ ພ້ອມ​ທັງ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ສຳຄັນ​ຫລາຍ​ສະບັບ. ທ່ານ​ນາຍົກລັດຖະມົນຕີ ກໍ​ຢືນຢັນ​ວ່າ: ຫວຽດນາມ ​ໄດ້, ພວມ ​ແລະ ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ເຂົ້າ​​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ, ປະຕິບັດ​ກອບ​ແຫ່ງ​ການ​ເຄື່ອນ​ໄຫວ Hyogo ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມ​ສ່ຽງ​ໂດຍ​​ໄພພິບັດ​ກໍ່​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:        
TAG
ໄພພິບັດ